ເສບຢາຈົນຫລອນ ແລ້ວລົງມືຄາຕະກຳ ລູກ-ເມຍ ແລ້ວຂ້າໂຕເອງຕາຍຕາມ

ໜັງສືພິມແຂວງຄຳມ່ວນລາຍງານໃນວັນທີ 8 ພະຈິກ 2023 ວ່າ: ຈາກເຫດການຄາຕະກຳທີ່ມີຄົນເສຍຊີວິດ 3 ຄົນ ໃນວັນທີ 7 ພະຈິກ 2023ນີ້, ທີ່ບ້ານບຶງຫົວນາ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງເກັບກໍາຂໍ້ມູນ ແລະ ຜ່ານການຊັນນະສູດສົບເບື້ອງຕົ້ນສາມາດສະຫລຸບລາຍລະອຽດໄດ້ຄື: ຜູ້ເສຍຊີວິດ ຄົນທີ 1 ຊື່ ທ້າວ ສົມບັດ, ອາຍຸ 29 ປີ (ຜູ້ເປັນຜົວ) ຖືກວັດຖຸຂອງແຂງ (ພ້າ) ປາດທີ່ຄໍ ແລະ ມືເບື້ອງຂວາກໍາສາຍໄຟທີ່ຍັງມີກະແສໄຟຟ້າ ເຂົ້າມາໃສ່ໜ້າເອິກ, ຜູ້ທີ 2 ຊື່ ນາງ ພັນ, ອາຍຸ 31 ປີ (ຜູ້ເປັນເມຍ) ແລະ ຜູ້ທີ 3 ທ້າວ ດໍາ, ອາຍຸ 4 ປີ (ຜູ້ເປັນລູກ) ທັງສອງຄົນຖືກພ້າປາດຢູ່ບໍລິເວນຄໍ.

ເຈົ້າໜ້າທີ່ກ່ຽວຂ້ອງໄດ້ໃຫ້ລາຍລະອຽດວ່າ: ສາເຫດໃນການຄາຕະກຳຄັ້ງນີ້ ຍ້ອນທ້າວ ສົມບັດ ໄດ້ເສບຢາເສບຕິດ ຈົນເກີດອາການປະສາດຫຼອນ ເຮັດໃຫ້ຜູ້ກ່ຽວຂາດສະຕິຈົນພາໃຫ້ກໍ່ເຫດຄາຕະກຳ ຜູ້ເປັນເມຍ ແລະ ລູກຊາຍ ລວມທັງຕົນເອງເສຍຊີວິດ.