ເປີດງານມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 22 ປີ 2023 ພາຍໃຕ້ຫົວຂໍ້: ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ “ຕໍານານ ສິນລະປະລາຍນາກລາວ”

ງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 22 ປີ 2023 ໄດ້ຈັດຂຶ້ນແຕ່ວັນທີ 4-12 ພະຈິກ 2023 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ.
ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວກ່າວວ່າ: ການຈັດງານຄັ້ງນີ້ ເພື່ອເປັນການສະເຫລີມສະຫລອງ “ວັນຫັດຖະກໍາລາວ ວັນທີ 1 ພະຈິກ ແລະ ວັນທີ 1 ເມສາ ວັນກຳເນີດສະມາຄົມຫັດຖະກຳລາວ, ສ້າງໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົມ ທ່ຽວຊື້ ໄດ້ພົບ-ໄດ້ ເຫັນ ຄວາມຫຼາກຫຼາຍຂອງເຄື່ອງຫັດຖະກໍາລາວ, ສ້າງຄວາມປະທັບໃຈ ແລະ ຫລົງໄຫຼ ໃນຄວາມມະຫັດສະຈັນສີໄມ້ລາຍມື ຂອງຊາວຊ່າງຫັດຖະກໍາລາວເຮົາ, ທັງເປັນການເປີດໂອກາດ ໃຫ້ບັນດາຊາວຊ່າງຫັດຖະກໍາທຸກທ້ອງຖິ່ນໃນທົ່ວປະເທດ ແລະ ຜູ້ປະກອບ ການ ດ້ານຫັດຖະກໍາ ໄດ້ເຂົ້າເຖິງການຕະຫຼາດ ມີບ່ອນຈໍາຫນ່າຍຜະລິດຕະ ພັນຫັດຖະກໍາຂອງຕົນ, ພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດ, ການວາງສະແດງ ແລະ ການຂາຍ, ປະກອບສ່ວນສ້າງເປັນສະຖານທີ່ທ່ອງທ່ຽວດ້ານວັດທະນະທໍາ ແລະ ຫັດຖະກໍາ ດັ່ງຄໍາຂັວນ ທີ່ວ່າ: “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ”, ກະກຽມຕ້ອນຮັບ ແລະ ກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບ ກອງປະຊຸມສໍາມະນາ ຜ້າແພພື້ນເມືອງອາຊຽນ ຄັ້ງທີ9 ຊື່ງຈະຈັດຂຶ້ນ ທີ່ ນະຄອນຫຼວງວຽງຈັນໃນປີ 2024 ໜ້ານີ້ (9” ASEAN TRADITIONAL TEXTILES SYMPOSIUM 2024)
ໃນງານຄັ້ງນີ້, ໄດ້ວາງສະແດງຜະລິດຕະພັນສີໄມ້ລາຍມີຫັດຖະກຳຂອງຄົນລາວຫລາຍພາກສ່ວນທີ່ມາຈາກທຸກແຂວງທົ່ວປະເທດ ເປັນຕົ້ນແຜ່ນແພຜ້າໄໝ, ຜ້າຝ້າຍພື້ນເມືອງ, ເຄື່ອງປະດັບ, ເຄື່ອງຈັກສານ ຜະລິດຕະພັນວັດທະນະທໍາເຄື່ອງປັ້ນດິນເຜົາ ໄມ້ແກະສະຫລັກ, ເຟີນີເຈີ, ອາຫານສໍາເລັດຮູບພື້ນເມືອງ, ກາເຟ, ສະໝູນໄພ ແລະ ອື່ນໆ. ໃນງານຍັງມີການສາທິດ ຫລື ສະແດງການຜະລິດຕົວຈິງເຊັ່ນ: ສາທິດການແສ່ວຜ້າ, ແກະສະຫລັກຫີນ, ເຂັນຝ້າຍ, ສາວໄໝ, ປັກດິ້ງ, ຈັກສານ, ຈາກນາຍຊ່າງແຂວງຜົ້ງສາລີ, ຫລວງນໍ້າທາ, ຫລວງພະບາງ, ຊຽງຂວາງ, ວຽງຈັນ, ຈໍາປາສັກ, ສາລະວັນ ແລະ ແຂວງອັດຕະປື ເຊິ່ງມີຮ້ານເຂົ້າຮ່ວມວາງສະແດງທັງໝົດ 213 ຮ້ານ.