ລາວ-ມົງໂກລີ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ຄູເຣລສຸກຄ໌ ໂອຄະນາ (Khurelsukh UKHNAA) ປະທານາທິບໍດີ ແຫ່ງ ມົງໂກລີ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນລະຫວ່າງວັນທີ 5-6 ພະຈິກ 2023 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ.

ພິທີຕ້ອນຮັບ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດິ ມົງໂກລີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ, ໃນຕອນເຊົ້າຂອງວັນທີ 6 ພະຈິກ 2023 ທີ່ ທໍານຽບປະທານປະເທດ, ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ.

ພາຍຫຼັງສໍາເລັດພິທີຕ້ອນຮັບ, ສອງຝ່າຍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມພົບປະຢ່າງເປັນທາງການ. ການພົບປະສອງຝ່າຍໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈ ຊຶ່ງກັນ ແລະ ກັນ ຊຶ່ງ ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີ ແລະ ຄວາມຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ຂອງ ທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ໃນຄັ້ງນີ້ ຊຶ່ງຖືເປັນຂີດໝາຍປະຫວັດສາດສໍາຄັນອີກບາດກ້າວໜຶ່ງ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ກໍຄືປະຊາຊົນສອງຊາດ ໃຫ້ສະໜິດແໜ້ນຍິ່ງໆຂຶ້ນ, ໂດຍສະເພາະ ການຮັກສາບັນຍາກາດການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ແລະ ສົ່ງເສີມການຮ່ວມມືໃນຂົງເຂດອື່ນໆ.

ໃນການພົບປະຄັ້ງນີ້, ຜູ້ນໍາສອງປະເທດ ລາວ-ມົງໂກລີ ໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດຂອງຕົນ; ພ້ອມກັນນັ້ນ, ສອງຝ່າຍ ກໍໄດ້ປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການພົວພັນຮ່ວມມືທາງດ້ານເສດ ຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ກະສິກໍາ, ວັດທະນະທໍາ, ທ່ອງທ່ຽວ ແລະ ດ້ານອື່ນໆ, ລວມເຖິງເຫັນດີສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ໃນໂອກາດນີ້, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຝ່າຍມົງໂກລີ ຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ, ອັນພົ້ນເດັ່ນແມ່ນຂະແໜງສາທາລະນະສຸກ ໃນການປັບປຸງໂຮງໝໍມິດຕະພາບ ລາວ-ມົງໂກລີ ທີ່ ແຂວງຊຽງຂວາງ ແລະ ການສົ່ງຊ່ຽວຊານແພດໝໍຈາກ ມົງໂກລີ ມາປະຈໍາຢູ່ໂຮງໝໍດັ່ງກ່າວ ລວມທັງການມອບແກະ ຈໍານວນ 1.050 ໂຕ ໃຫ້ແກ່ ລັດຖະບານ ສປປ ລາວ. ທ່ານ ທອງລຸນ ສີສຸລິດ ໄດ້ແຈ້ງວ່າ ໃນປີ 2024 ນີ້ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ເພື່ອຕ້ອນຮັບນັກທ່ອງທ່ຽວຈາກທົ່ວທຸກມູມໂລກ ລວມທັງມົງໂກລີ, ໄປ ພ້ອມໆກັບການເປັນປະທານອາຊຽນ. ນອກນີ້, ກໍໄດ້ເຊື້ອເຊີນນັກລົງທຶນຈາກມົງໂກລີ ຜູ້ທີ່ມີຄວາມສົນໃຈເຂົ້າມາລົງທຶນໃນຂະແໜງການຕ່າງໆທີ່ ສປປ ລາວ ມີທ່າແຮງ ໂດຍສະເພາະ ຂະແໜງລ້ຽງສັດ, ກະສິກໍາ ແລະ ຂະແໜງອື່ນໆ, ໂດຍອີງໃສ່ທ່າແຮງດ້ານການຂົນສົ່ງ ແລະ ເຊື່ອມຈອດຜ່ານເສັ້ນທາງລົດໄຟ ລາວ-ຈີນ ເຊື່ອມຕໍ່ໄປເຖິງມົງໂກລີ ຊຶ່ງຈະເຮັດໃຫ້ການໄປມາຫາສູ່ກັນ ແລະ ການແລກປ່ຽນສິນຄ້າຕ່າງໆ ມີຄວາມສະດວກຂຶ້ນ.

ໃນຂະນະດຽວກັນ, ທ່ານ ປະທານາທິບໍດີ ມົງໂກລີ ກໍໄດ້ສະແດງຄວາມຢືນຢັນ ໃນການສືບຕໍ່ສົ່ງເສີມການພົວພັນຮ່ວມມືທີ່ມີມູນເຊື້ອອັນດີມາແຕ່ດົນນານ ລະຫວ່າງ ສອງປະເທດ ມົງໂກລີ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ໃນໂອກາດດຽວກັນນີ້, ທ່ານ ປະທານາທິບໍດີ ມົງໂກລີ ກໍໄດ້ເຊື້ອເຊີນ ທ່ານ ປະທານປະເທດລາວ ໄປຢ້ຽມຢາມລັດຖະກິດ ທີ່ ມົງໂກລີ ໃນເວລາອັນເໝາະສົມ.

ໃນວັນດຽວກັນ, ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດິ ມົງໂກລີ ແລະ ຄະນະ ກໍໄດ້ໄປວາງພວງມາລາ ຢູ່ ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄໝສົງຄາມ; ໄດ້ຢ້ຽມຢາມພົບປະກັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນີຕີ ເເຫ່ງ ສປປ ລາວ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາເເຫ່ງຊາດ.