ອິນເດຍຂະຫຍາຍເວລາປິດໂຮງຮຽນປະຖົມທົ່ວເມືອງຫລວງ ຍ້ອນຄ່າມົນລະພິດຍັງວິກິດ

ສໍານັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 5 ພະຈິກ,ທ່ານ ອາວິນ ເກຈໄຣວັລ ເຈົ້າຄອງນະຄອນຫລວງ ນິວເເດນລີ ຂອງອິນເດຍສືບຕໍ່ຂະຫຍາຍເວລາປິດການຮຽນການສອນໃນໂຮງຮຽນລະດັບປະຖົມສຶກສາອອກໄປຕື່ມອີກຕໍ່ອີກ 1 ອາທິດ ເນື່ອງຈາກສະຖານະການກ່ຽວກັບມົນລະພິດຍັງຢູ່ໃນຂັ້ນວິກິດຢ່ງໜັກ ແລະ  “ຍັງບໍ່ມີທ່າອ່ຽງດີຂຶ້ນ”.

ທັງນີ້, ທາງການນະຄອນຫລວງນິວເເດນລີປະກາດຄໍາສັ່ງດັ່ງກ່າວເທື່ອທໍາອິດໃນວັນທີ 3-4 ພະຈິກນີ້ ເນື່ອງຈາກດັດຊະນີຄຸນນະພາບ ອາກາດ ໃນຫລາຍເຂດ (ເອຄິວໄອ) ຂອງນະຄອນຫລວງນິວເເດນລີຢູ່ລະດັບຫລາຍກວ່າ 450 ໄມໂຄກຣາມ/ແມັດກ້ອນ ເຊິ່ງຖືເປັນລະດັບ “ຮ້າຍແຮງ” ແລະ “ເປັນອັນຕະລາຍ”, ສ່ວນຄ່າສະເລ່ຍຂອງທົ່ວເມືອງຫລວງຢູ່ລະດັບ 351ໄມໂຄກຣາມ/ແມັດກ້ອນ ໃນວັນທີ 2 ພະຈິກຜ່ານມາ ຍັງຖືວ່າຢູ່ໃນລະດັບສູງ ແລະ ເພີ່ມເປັນ 570ໄມໂຄກຣາມ/ແມັດກ້ອນ ໃນວັນທີ 5 ພະຈິກ ສູງກວ່າຄ່າສະເລ່ຍປະຈໍາວັນຂອງອົງການອະນາໄມໂລກ (WHO) ເກືອບ 40 ເທົ່າ.

ນອກຈາກນີ້, ຍັງສົ່ງຜົນເຮັດໃຫ້ຄ່າສະເລ່ຍ ເອຄິວໄອ ຈາກເມືອງໃຫຍ່ຫລາຍກວ່າ 100 ແຫ່ງທົ່ວໂລກ ປາກົດວ່າ: ນະຄອນຫລວງນິວເເດນລີ ເຊິ່ງມີປະຊາກອນປະມານ 30 ລ້ານຄົນເປັນເມືອງທີ່ມີຄ່າມົນລະພິດສູງທີ່ສຸດໃນໂລກ ປະຈໍາວັນທີ 5 ພະຈິກນໍາອີກ.

ຂະນະທີ່ຜົນການສຶກສາ ເຊິ່ງໄດ້ຮັບການເຜີຍແພ່ໃນວາລະສານການແພດ “ແລນເຊັດ” ລະບຸວ່າ: ມີປະຊາຊົນຢູ່ອິນເດຍປະມານ 1,67 ລ້ານຄົນ ເສຍຊີວິດຈາກອາການກ່ຽວກັບມົນລະພິດທາງອາກາດ ໃນປີ 2020 ເກືອບ 17.500ຄົນ,  ອິນເດຍເປັນປະເທດທີ່ຍັງອາໄສພະລັງງານຈາກຖ່ານຫີນ ແລະ ໃນຮອບ 7 ປີຜ່ານມາ ຄ່າການປ່ອຍອາຍພິດເຮືອນແກ້ວຕໍ່ຫົວຂອງອິນເດຍເພີ່ມຂຶ້ນຢ່າງຕໍ່ເນື່ອງຢູ່ໃນລະດັບ 29%.