ຄະນະປະຈໍາສະພາແຫ່ງຊາດ ສະເໜີລັດຖະບານ ຄົ້ນຄວ້າຕື່ມ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດບາງບັນຫາ

ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ຂຶ້ນປະກອບຄຳເຫັນ ຕໍ່ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍ 3 ຜ່ານມາ (2021-2023) ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ພະຈິກ ຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານ ພົທ ສຸວອນ ເລືອງບຸນມີ ໄດ້ກ່າວວ່າ: 6 ແຜນວຽກຈຸດສຸມ ຂອງວາລະແຫ່ງຊາດທີ່ໄດ້ກຳນົດໄວ້ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ມາເຖິງປັດຈຸບັນ ແມ່ນມີຜົນສຳເລັດໃນລະດັບດີພໍສົມຄວນ, ອັນພົ້ນເດັ່ນແມ່ນ ໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າໃນທົ່ວປະເທດມີສະຕິສູງຕໍ່ການເຄົາລົບກົດໝາຍ, ເພີ່ມຄວາມຮັບຮູ້ຕໍ່ຜົນຮ້າຍຂອງຢາເສບຕິດ, ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຢາເສບຕິດຢ່າງກວ້າງຂວາງ, ຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ, ທຸກພາກສ່ວນທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ເພີ່ມຄວາມຮັບຜິດຊອບຂອງຕົນສູງຂຶ້ນ; ກຸ່ມເສບ, ຂົນສົ່ງ-ຄ້າຂາຍ ແລະ ຜະລິດຢາເສບຕິດກໍມີຄວາມຢ້ານກົວ ແລະ ຈຳນວນໜຶ່ງກໍຢຸດເຊົາ; ຜູ້ເສບຢາເສບຕິດ (ຜູ້ຖືກເຄາະຮ້າຍ) ຈໍານວນຫຼາຍໄດ້ຮັບການນໍາໄປບໍາບັດ, ປິ່ນປົວກັບຄືນເປັນພົນລະເມືອງດີ, ເຈົ້າໜ້າທີ່ສາມາດແກ້ໄຂຄະດີໄດ້ເຖິງ 10.843 ເລື່ອງ, ຈັບຜູ້ຖືກຫາໄດ້ 15.966 ຄົນ ຍິງ1.804 ຄົນ, ໃນນັ້ນ: ຄົນຕ່າງປະເທດ 324 ຄົນ ຍິງ 21 ຄົນ, ຢຶດວັດຖຸເຄື່ອງຂອງກາງຄະດີ ໄດ້ເປັນນວນຫຼາຍ, ທຳລາຍແຫຼ່ງຜະລິດ, ແຫຼ່ງຊຸກເຊື່ອງ, ການຄອບຄອງຢາເສບຕິດໄດ້ຫຼາຍສົມຄວນ, ບັນດາປະເທດເພື່ອນມິດໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ, ສິ່ງທີ່ສຳຄັນແມ່ນສາມາດແກ້ໄຂສະພາບຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ, ສ້າງສະພາບແວດລ້ອມ, ເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການສ້າສາພັດທະນາເສດຖະກິດ-ສັງຄົມ ໄດ້ໂດຍພື້ນຖານກ່ຽວກັບທິດທາງໃນຕໍ່ໜ້າ: ຄະນະປະຈຳສະພາແຫ່ງຊາດ ເຫັນດີຕາມການສະເໜີ ຂອງລັດຖະບານ ກ່ຽວກັບການແກ່ຍາວໄລຍະເວລາຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄປຈົນໝົດ ປີ 2025. ທິດທາງໃນຕໍ່ໜ້າ ນອກຈາກ 6 ວຽກຈຸດສຸມ ທີ່ລັດຖະບານຈະສືບຕໍ່ຈັດຕັ້ງປະຕິບັດແລ້ວ.
ຄະນະປະຈໍາສະພາແຫ່ງຊາດ ສະເໜີລັດຖະບານ ຄົ້ນຄວ້າຕື່ມ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດບາງບັນຫາ ດັ່ງນີ້:
1. ໃຫ້ດຳເນີນການສະຫຼຸບຖອດຖອນບົດຮຽນ ຜ່ານການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ (2021-2023) ເພື່ອຢັ້ງຢືນບັນລຸຄາດໝາຍທີ່ວາງໄວ້ ຫຼື ບໍ່, ຜົນໄດ້ຮັບລະດັບໃດ ບັນຫາຢາເສບຕິດຫຼຸດລົງຫຼາຍໜ້ອຍສໍ່າໃດ ຂໍ້ຫຍຸ້ງຍາກສິ່ງທ້າທາຍຄືແນວໃດ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວ ແກ້ໄຂບັນຫາຢາເສບຕິດໃນຕໍ່ໜ້າ;
2. ພາຍຫຼັງສຳເລັດການສະຫຼຸບຖອດຖອນບົດຮຽນ, ສະເໜີລັດຖະບານ ຮີບຮ້ອນກໍານົດທິດທາງແຜນການ ຕາມ 6 ໜ້າວຽກຈຸດສຸ່ມໃຫ້ລະອຽດ, ຈະແຈ້ງກວ່າເກົ່າ ໂດຍແຕ່ລະໜ້າວຽກຄວນສ້າງເປັນແຜນງານ, ໂຄງການອັນລະອຽດຕື່ມ, ຊຶ່ງແຕ່ລະແຜນງານ, ໂຄງການ ດັ່ງກ່າວນັ້ນ ຄວນສ່ອງແສງໃຫ້ເຫັນແຜນວຽກ, ແຜນຄົນ, ແຜນເງິນ ແລະ ຄາດໝາຍສູ້ຊົນຢ່າງລະອຽດ, ຈະແຈ້ງ, ພ້ອມທັງມີການມອບໝາຍຄວາມຮັບຜິດຊອບໃຫ້ບັນດາຂະແໜງການ ແລະ ອົງການທີ່ກ່ຽວຂ້ອງຢ່າງລະອຽດ, ຈະແຈ້ງກວ່າເກົ່າ ເພື່ອເປັນເຈົ້າການ ຈັດຕັ້ງປະຕິບັດແຕ່ຫົວທີ;
3. ສະເໜີໃຫ້ແຕ່ງຕັ້ງ ຄະນະກໍາມະການແກ້ໄຂຢາເສບຕິດລະດັບຊາດ ແລະ ລະດັບທ້ອງຖິ່ນຂຶ້ນເພື່ອຮັບຜິດຊອບໂດຍກົງ ຕໍ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ 2023 ຮອດປີ 2025 ແລະ ສືບຕໍ່ຮັບຜິດຊອບໃນການແກ້ໄຂບັນຫາຢາເສບຕິດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍມີການເຂົ້າຮ່ວມເປັນຂະບວນການຢ່າງແຂງ ແຮງ, ກວ້າງຂວາງຂອງທົ່ວປວງຊົນ, ຂອງທຸກຂະແໜງການ ແລະ ອົງການຈັດຕັ້ງພັກ-ລັດ ທີ່ກ່ຽວຂ້ອງ;
4. ບັນຫາຕັດສິນ ແມ່ນຕ້ອງສືບຕໍ່ ຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມາດໃນການນຳພາ-ຊີ້ນໍາບັນຊາ ຂອງຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນໃຫ້ສູງຂຶ້ນກວ່າເກົ່າ, ຖືເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເປັນສະ ໜາມຮົບທົ່ວປວງຊົນ ແລະ ເປັນມາດຕະຖານເງື່ອນໄຂໜຶ່ງເຂົ້າໃນການກໍ່ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການສ້າງບ້ານ, ສໍານັກງານ, ອົງການ, ກົມກອງ, ສະຖາບັນການສຶກສາ, ໂຮງຮຽນ, ໂຮງໝໍ, ໂຮງຈັກ, ໂຮງງານ ແລະ ບັນດາຫົວໜ່ວຍການຜະລິດ-ທຸລະກິດ ປອດຢາເສບຕິດ ໂດຍສ້າງຂະບວນແຂ່ງຂັນໃຫ້ຟົດຟື້ນ, ແຂງແຮງຢ່າງຕໍ່ເນື່ອງ, ມີນະໂຍບາຍທີ່ເໝາະສົມ ຕໍ່ຜູ້ມີຜົນງານດີເດັ່ນ ແລະ ກ້າຫານປະຕິບັດວິໄນ ຕໍ່ຜູ້ລ່ວງລະເມີດ, ລະເລີງ, ຂາດຄວາມຮັບຜິດຊອບ, ເຮັດໄດ້ຄືແນວນີ້ ຈະເຮັດໃຫ້ວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ຈຶ່ງຈະມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນງານອັນໃໝ່ ກ້າວໄປເລື້ອຍໆ.