ການແຂ່ງຂັນຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປີນີ້ ຈະບໍ່ມີເຮືອຊ່ວງປະເພດ 12 ສີພາຍ ແລະ ເຮືອສູດ 55 ສີພາຍ

ໜັງສືພິມວຽງຈັນທາມລາຍງານໃນວັນທີ 27 ຕຸລາ 2023 ວ່າ: ເນື່ອງໃນບຸນອອກພັນສາປະວໍຣະນາ ປະຈຳປີ ພສ 2566 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ທີ່ຈະຈັດຂຶ້ນໃນ ວັນທີ 30 ຕຸລາ 2023 ນີ້ຈະບໍ່ມີເຮືອຊ່ວງປະເພດ 12 ສີພາຍ ແລະ ເຮືອສູດ 55 ສີພາຍ ມີແຕ່ປະເພດເຮືອຍິງ 55 ສີພາຍ (4 ລໍາ) ແລະ ປະເພດເຮືອຊາຍ 55 ສີພາຍ (6ລໍາ).

ປະເພດເຮືອຊາຍ 55 ສີພາຍ

ສາຍ A:

  1. ບໍລິສັດ ຂຸດຄົ້ນຫີນ-ຊາຍ ນ້ຳຟ້າພັດທະນາ ບ້ານຫາດສວນ ເມືອງທຸລະຄົມ ແຂວງວຽງຈັນ
  2. ອີ່ຫົງແມ່ຍ່າ ບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ
  3. ພອນພຣະແກ້ວ ບ້ານສີຖານໃຕ້ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ

ສາຍ B:

  1. ບ້ານຫາດສ້ຽວ ເມືອງທຸລະຄົມ ແຂວງວຽງຈັນ
  2. ທະນາຄານພັດທະນາລາວ
  3. ບໍລິສັດ ວຽງຈັນ ອຸດສາຫະກຳເຫຼັກ ບ້ານຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫລວງ.

ປະເພດເຮືອຍິງ 55 ສີພາຍ

  1. ພອນພຣະແກ້ວ ບໍລິສັດ ຕະວັນໃຕ້ຟ້າ ຫີນ-ຊາຍ ບ້ານສີຖານໃຕ້ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ
  2. ບໍລິສັດ ດວງຕາ ຫີນ-ຊາຍ ບ້ານຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ
  3. ທິດາສາຍແວວ-ເຮືອນແພ ເມືອງຟ້າ TPLUS ບ້ານຣັດຕະນະລັງສີ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ
  4. ບໍລິສັດ 3B ບ້ານທ່າພຣະ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ

ຮູບແບບການແຂ່ງຂັນພາຍພົບກັນໝົດໃນສາຍ ແລ້ວເອົາອັນດັບ 1-2 ຂອງແຕ່ລະສາຍ ເຂົ້າຮອບຮອງຊະນະເລີດຕໍ່ໄປ.