ລົງກວດການຕິດສະຫລາກ ແລະ​ ລາຄາສິນຄ້າເປັນພາສາລາວ,​ ສິນຄ້າລອກຮຽນແບບ-ໝົດອາຍຸ ຢູ່ງານບຸນຊ່ວງເຮືອ​ປະເພນີ​ ​ນະຄອນ​ປາກເຊ

ວັນທີ 27 ຕຸລາ​ 2023,​ ເຈົ້າ​ໜ້າທີ່​ກວດກາການຄ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ​ ການຄ້າ​ແຂວງຈໍາປາສັກ​ ຮ່ວມກັບ​ ເຈົ້າໜ້າທີ່​ກວດກາ​ການຄ້າ​ ຫ້ອງການ​ອຸດສາຫະກໍາ ແລະ​ ການຄ້າ​ນະຄອນປາກເຊ ເຄື່ອນໄຫວຕິດຕາມກວດກາການຕິດສະຫລາກ​ ແລະ​ ຕິດລາຄາສິນຄ້າເປັນພາສາລາວ,​ ກວດກາສິນຄ້າລອກລຽນແບບ​ ແລະ​ ກວດກາສິນຄ້າໝົດອາຍຸ​ ທີ່ວາງສະແດງ,​ ຈໍາໜ່າຍ ແລະ​ ຊື້​ -​ ຂາຍ​ ໂດຍສະເພາະແມ່ນທີ່ໃຊ້ໃນການຊັດແຫລມ ແລະ​ ຊັດປຸ່ມເປົ້າ ໃນງານບຸນອອກພັນສາ​ປະວໍລະນາ ແລະ​ ຊ່ວງເຮືອ​ປະເພນີ​ ປະຈໍາປີ 2023​ ທີ່​ນະຄອນ​ປາກເຊ.​

ເພື່ອ​ເຮັດໃຫ້​ການວາງສະແດງ,​ ຈໍາໜ່າຍ​ ແລະ​ ຊື້​-​ຂາຍ​ ສິນຄ້າ​ ມີຄວາມເປັນລະບຽບຮຽບຮ້ອຍ,​ ຖືກຕ້ອງຕາມລະບຽບກົດໝາຍ ທັງເປັນການປົກປ້ອງຜູ້ຊົມໃຊ້ ຕື່ມອີກ.​