ໂຮງໝໍຢູ່ກາຊາເກືອບ “ລົ້ມສະຫລາຍ” ເຊື້ອໄຟໃກ້ໝົດ ຄົນເຈັບ-ເດັກນ້ອຍເກີດໃໝ່ ສ່ຽງເສຍຊີວິດ

ທ່າມກາງຄວາມກັງວົນວ່າພະລັງງານເຊື້ອໄຟຢູ່ເຂດກາຊາກໍາລັງຈະໝົດລົງໃນມໍ່ໆນີ້, ອົງການສະຫະປະຊາຊາດ ຫລື UN ເປີດເຜີຍວ່າ: ຕອນນີ້ ໂຮງໝໍຈໍາເປັນຕ້ອງຮັບສະເພາະຄົນເຈັບສຸກເສີນເທົ່ານັ້ນ.
ບັນຫານີ້ເປັນອີກໜຶ່ງແຮງກົດດັນຕໍ່ສະຖານະການວິກິດດ້ານມະນຸດສະທໍາຢູ່ກາຊາ ທີ່ຕົກເປັນເປົ້າໂຈມຕີຂອງອິດສະລາແອນມາຕໍ່ເນື່ອງຫລາຍວັນ ໂດຍກະຊວງສາທາລະນະສຸກຂອງກຸ່ມຮາມັດລາຍງານວ່າ: ການໂຈມຕີທາງອາກາດຂອງອິດສະລາແອນໃນໄລຍະ 2 ວັນຜ່ານມາ ຂ້າຊີວິດປະຊາຊົນໄປແລ້ວ 700 ກວ່າຄົນ.
ໃນຂະນະດຽວກັນ, ຊາວປາແລັສຕິນທີ່ບໍ່ມີບ່ອນຢູ່ອາໄສ 600.000 ກວ່າຄົນ ສູງເກີນທີ່ສະຫະປະຊາຊາດຈະຊ່ວຍເຫລືອ ແລະ ຮອງຮັບໄດ້ເຖິງ 4 ເທົ່າ.
ຍິ່ງອິດສະລາແອນຕັດສິນໃຈປິດກັ້ນການສົ່ງເຊື້ອໄຟ ແລະ ພະລັງງານເຂົ້າມາໃນກາຊາ ດ້ວຍເຫດຜົນວ່າ: ອາດຖືກຮາມັດລັກລອບໄປໃຊ້ປະໂຫຍດທາງການທະຫານ ຍິ່ງເຮັດໃຫ້ສະຖານະການຮ້າຍແຮງໄປອີກ.
ອິດສະລາແອນຍັງອ້າງວ່າ: ກຸ່ມຮາມັດຈະສວຍໂອກາດລັກລອບ ແລະ ເກັບສະສົມນໍ້າມັນກາຊວນລະຫວ່າງການລໍາລຽງເຂົ້າມາໄວ້ແລ້ວຫລາຍແສນລິດ ເພື່ອນໍາໄປໃຊ້ໃນປະຕິບັດການທາງທະຫານຕໍ່ອິດສະລາແອນ ແລະ ປະຕິເສດຈະແບ່ງປັນມັນໃຫ້ພົນລະເຮືອນ.
BBC ລາຍງານວ່າ: ໃນວັນທີ 25 ຕຸລາຜ່ານມາ, ໂຮງໝໍທົ່ວເມືອງຂ່ານ ຍູນິສ ທາງຕອນໃຕ້ຂອງກາຊາ ຕ້ອງປິດທຸກພະແນກ ຍົກເວັ້ນຫ້ອງສຸກເສີນ ເພື່ອຫລຸດການໃຊ້ເຊື້ອໄຟພະລັງງານ ແລະ ໃຊ້ໄຟຟ້າສະເພາະທີ່ຈໍາເປັນຄືອຸປະກອນທາງການແພດເພື່ອຊ່ວຍຊີວິດເຊັ່ນ: ເຄື່ອງຊ່ວຍຫາຍໃຈ, ຕູ້ອົບເດັກນ້ອຍເກີດໃໝ່ ແລະ ເຄື່ອງຟອກໝາກໄຂ່ຫລັງ.
ດຣ. ຣິຊາດ ພີເພີຄອນ ຜູ້ແທນຈາກອົງການອະນາໄມໂລກ ໃຫ້ສໍາພາດຕໍ່ BBC ວ່າ: ໂຮງໝໍທີ່ໄດ້ຮັບການສະໜັບສະໜູນໂດຍໜ່ວຍງານຂອງ UN ຕອນນີ້ຕ້ອງອາໄສເຄື່ອງປັ່ນໄຟເພື່ອຈ່າຍໄຟໃຫ້ສະເພາະກິດຈະກໍາທາງການແພດເພື່ອປິ່ນປົວຄົນເຈັບເທົ່ານັ້ນ.
ນັບແຕ່ກຸ່ມຮາມັດເລີ່ມໂຈມຕີ ອິດສະລາແອນໄດ້ຕັດການຈ່າຍໄຟຟ້າເຂົ້າກາຊາ ເຮັດໃຫ້ກິດຈະກໍາທຸກຢ່າງໃນພື້ນທີ່ອາໄສໄຟຟ້າຈາກເຄື່ອງປັ່ນໄຟສໍາຮອງເທົ່ານັ້ນ ໂດຍສະເພາະຫລັງຈາກໂຮງງານໄຟຟ້າແຫ່ງດຽວພາຍໃນກາຊາຢຸດການດໍາເນີນງານ ເນື່ອງຈາກເຊື້ອໄຟໝົດໃນວັນທີ 11 ຕຸລາ.
ອົງກອນດ້ານມະນຸດສະທໍາ ແລະ ໜ່ວຍການແພດຢູ່ກາຊາເຕືອນວ່າ: ອາດຈະມີຄົນອີກຈໍານວນຫລາຍທີ່ຕ້ອງເສຍຊີວິດ ຖ້າວ່າອຸປະກອນທາງການແພດເພື່ອຊ່ວຍເຫລືອຊີວິດຄົນເຈັບບໍ່ມີໄຟຟ້າຫລໍ່ລ້ຽງ.
ບໍ່ພຽງເທົ່ານັ້ນ ໜ່ວຍງານຂອງສະຫະປະຊາຊາດທີ່ເບິ່ງແຍງຜູ້ອົບພະຍົບຊາວປາແລັສຕິນ ຫລື UNRWA ຢູ່ກາຊາຍັງລະບຸອີກວ່າ: ພວກເຂົາຈະຕ້ອງຢຸດປະຕິບັດງານຢູ່ກາຊາໃນກາງຄືນຂອງວັນທີ 25 ຕຸລາຜ່ານມາ ຖ້າວ່າບໍ່ມີເຊື້ອໄຟພະລັງງານເຂົ້າມາເພີ່ມອີກ.
ຈາກສະຖານະການທີ່ກໍາລັງຮ້າຍແຮງນີ້ ເຮັດໃຫ້ປະຊາຄົມໂລກຕ່າງອອກມາຮຽກຮ້ອງໃຫ້ເພີ່ມການຊ່ວຍເຫລືອດ້ານມະນຸດສະທໍາໄປເຂດກາຊາເພີ່ມຂຶ້ນ ເພື່ອໃຫ້ກຸ່ມຜູ້ລີ້ໄພ 1,4 ລ້ານກວ່າຄົນ ໄດ້ຮັບອາຫານຮັບປະທານ, ນໍ້າສະອາດໄວ້ດື່ມ ແລະ ບ່ອນຢູ່ທີ່ຖືກສຸຂະອະນາໄມ.
ເຖິງວ່າໃນທ້າຍອາທິດຜ່ານມາ ໄດ້ມີລົດບັນທຸກເຄື່ອງບັນເທົາທຸກຢ່າງໜ້ອຍ 60 ຄັນຜ່ານດ່ານຈາກອີຢິບເຂົ້າໄປໃນເຂດກາຊາແລ້ວ, ແຕ່ຍັງຖືເປັນປະລິມານໜ້ອຍເມື່ອທຽບໃສ່ຄວາມຕ້ອງການຂອງປະຊາຊົນ.
ອົງກອນດ້ານການຊ່ວຍເຫລືອປະເມີນວ່າ: ຊາວກາຊາຈໍາເປັນຕ້ອງໄດ້ຮັບເຄື່ອງຊ່ວຍເຫລືອດ້ານລົດບັນທຸກຢ່າງໜ້ອຍ 100 ຄັນໃນແຕ່ລະວັນ.
ສ່ວນຜູ້ເສຍຊີວິດຢູ່ກາຊາຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ກະຊວງສາທາລະນະສຸກທີ່ຕັ້ງຂຶ້ນໂດຍກຸ່ມຮາມັດລາຍງານວ່າ: ໃນໄລຍະ 24 ຊົ່ວໂມງຜ່ານມາມີຜູ້ເສຍຊີວິດເພີ່ມອີກ 756 ຄົນ. ຂະນະທີ່ຜູ້ເສຍຊີວິດທັງໝົດມີ 6.547 ຄົນ ໃນຈໍານວນນີ້ມີເດັກນ້ອຍສູງເຖິງ 2.704 ຄົນ ນັບແຕ່ອິດສະລາແອນຕອບໂຕ້ກຸ່ມຮາມັດດ້ວຍການໂຈມຕີທາງອາກາດ.

