ເຂດພາກເໜືອ ອາກາດຈະໜາວເຢັນ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ມີໝອກໜາປົກຫຸ້ມໃນຕອນເຊົ້າ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດ ວັນທີ 23 ຕຸລາ 2023 ວ່າ: ບໍລິເວນຄວາມກົດດັນສູງຂອງອາກາດເຢັນໄດ້ປົກຄຸມເຂດພາກເໜືອ ແລະ ພາກກາງຂອງປະເທດລາວດ້ວຍກໍາລັງອ່ອນຫາ ປານກາງ ສົມທົບກັບກະແສລົມ ຕາເວັນອອກພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ໃນເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ມີໝອກໜາປົກຫຸ້ມໃນຕອນເຊົ້າ. ສ່ວນພາກກາງ ແລະ ພາກໃຕ້ ອາກາດ ຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ສໍາລັບນະຄອນຫລວງວຽງຈັນ ມີເຝື້ອປົກຄຸມເປັນບາງສ່ວນ ອາກາດຮ້ອນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 23-33 ອົງສາ.