ກະຊວງປ້ອງກັນປະເທດ ປະກາດການເລື່ອນຊັ້ນນາຍທະຫານ ຂຶ້ນຊັ້ນພົນຈັດຕະວາ ແລະ ຊັ້ນພົນຕີ

ວັນທີ 20 ຕຸລາ 2023 ກະຊວງປ້ອງກັນປະເທດໄດ້ປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ.

ປະກາດລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຊັ້ນພົນຈັດຕະວາ ຂຶ້ນຊັ້ນພົນຕີ 2 ສະຫາຍຄື: ພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ພົນຈັດຕະວາ ຄຳເຫລັກ ແສງພະຈັນ ຜູ້ບັນຊາການກອງບັນຊາການທະຫານອາກາດ.

ປະກາດລັດຖະດໍາລັດ ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຊັ້ນພັນເອກ ຂຶ້ນຊັ້ນພົນຈັດຕະວາ 8 ສະຫາຍຄື:
ພັນເອກ ສົມໃຈ ຄໍາມະນີ ຫົວໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິການກອງທັບ, ພັນເອກ ຄໍາແຫວນ ຫຼ້າບົວມະຫາໄຊ ຫົວໜ້າຫ້ອງການ ກົມໃຫຍ່ພະລາທິການກອງທັບ, ພັນເອກ ສອນໄຊ ວົງພະຈັນ ຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ພັນເອກ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ພັນເອກ ໝອນຄຳ ດວງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ,ພັນເອກ ສຸບັນ ພັນທະວີ ຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ພັນເອກ ກົງທອງ ສຸຂະວົງ ຫົວໜ້າກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ, ພັນເອກ ສີປະເສີດ ເຜີຍຄຳສິງ ຫົວໜ້າການເມືອງ ກອງພົນທີ 5 ຂຶ້ນຊັ້ນ ພົນຈັດຕະວາ.

ແລະ ປະກາດດໍາລັດຂອງນາຍົກລັດຖະມົນຕີແຫ່ງ ສປປລາວ ວ່າດ້ວຍການເລື່ອນຊັ້ນພັນໂທ ຂຶ້ນຊັ້ນພັນເອກ ຈໍານວນ 59 ສະຫາຍ.