ປຶກສາຫາລື ວຽກງານການຄຸ້ມຄອງ ແລະ ນຳໃຊ້ນ້ຳມັນເຊື້ອໄຟ ກ໊າດທຳມະຊາດ ຂອງບັນດາປະເທດສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມມື

ວັນທີ 11-13 ຕຸລາ 2023, ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ+3 (SOME+3 Energy Policy Governing Group Fora) ທີ່ ໂຮງແຮມດອນຈັນພາເລດ ໂດຍການເຂົ້າຮ່ວມເປັນປະທານກອງປະຊຸມຂອງ ທ່ານ ລິດທະນູໂລກ ລາດຊະໂພ ຮອງຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ແຫ່ງ ສປປ ລາວ (Alternate SOE).
ຈຸດປະສົງຂອງກອງປະຊຸມເພື່ອຮ່ວມກັນປຶກສາຫາລື, ແລກປ່ຽນຄໍາເຫັນ ແລະ ລາຍງານຄວາມຄືບໜ້າໃນວຽກງານການຄຸ້ມຄອງ ແລະ ນຳໃຊ້ນ້ຳມັນເຊື້ອໄຟ ແລະ ກ໊າດທຳມະຊາດ, ການກຳນົດນະໂຍ ບາຍໃນການສຳຮອງນ້ຳມັນເຊື້ອໄຟ ລວມທັງແຜນການສ້າງຄວາມໝັ້ນຄົງທາງດ້ານພະລັງງານຂອງບັນດາປະເທດສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມມື +3 (ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ) ເຊິ່ງປະກອບມີ 3 ກອງປະຊຸມສໍາມະນາຍ່ອຍຄື:
1. ກ່ຽວກັບ ແຜນການສໍາຮອງນໍ້າມັນເຊື້ອໄຟ ມີຈຸດປະສົງເພື່ອຮ່ວມກັນປຶກສາຫາລືກັບສິ່ງທ້າທາຍໃນການພັດທະນາ ການເກັບຮັກສາ (Stockpiling) ໃນອາຊຽນ ແລະ ບັນດາປະເທດ +3; (Workshop of the ASEAN+3 Oil Stockpiling Roadmap, OSRM)
2. ກ່ຽວກັບ ຕະຫຼາດ ແລະ ທຸດລະກິດນ້ໍ້າມັນ ແລະ ກ໊າດທໍາມະຊາດ ມີຈຸດປະສົງເພື່ອແລກປ່ຽນບົດຮຽນດ້ານນະໂຍບາຍ, ການຈັດຕັ້ງປະຕິບັດ ແລະ ເຕັກໂນໂລຊີໃໝ່ໃນການຂຸດຄົ້ນນຳມັນ ແລະ ກ໊າດທຳມະຊາດ; (ASEAN+3 Oil Market and Natural Gas Forum and Business Dialogue)
3. ກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ (ASEAN+3 Energy Security Forum, ESF) ມີຈຸດປະສົງເພື່ອແລກປ່ຽນບົດຮຽນດ້ານຄວາມໝັ້ນຄົງພະລັງງານລວມໄປເຖິງນ້ຳມັນ, ກ໊າດທຳມະຊາດ, ນິວເຄຍເພື່ອສັນຕິ ແລະ ອື່ນໆຕິດພັນກັບບັນດາກອງປະຊຸມຍ່ອຍດັ່ງກ່າວ,
ຜູ້ຕາງໜ້າຈາກລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ນໍາສະເໜີກ່ຽວກັບພາບລວມດ້ານນະໂຍບາຍ, ນິຕິກໍາຕ່າງໆທີ່ຕິດພັນກັບວຽກງານການຄຸ້ມຄອງນໍ້າມັນ. ພ້ອມດຽວກັນນີ້, ບັນດາສະຖາບັນຕ່າງໆຈາກຍີ່ປຸ່ນ, ສ. ເກົາຫຼີ ໄດ້ນໍາສະເໜີກ່ຽວກັບທ່າແຮງຂອງການສ້າງຄັງນໍ້າມັນ ແລະ ການພັດທະນາຂີດຄວາມສາມາດໃຫ້ບຸກຄະລາກອນອາຊຽນ. ເຊັ່ນດຽວກັນນີ້, ທາງດ້ານຄວາມໝັ້ນຄົງພະລັງງານ ກໍນໍາສະເໜີກ່ຽວກັບທ່າອ່ຽງຂອງຕະຫຼາດພະລັງງານໂລກ ແລະ ອາຊຽນ ແລະ ໄດ້ໄດ້ປຶກສາຫາລືແນວທາງໃນການສົ່ງເສີມຄວາມໝັ້ນຄົງດ້ານພະລັງງານ, ທາງດ້ານນໍ້າມັນ ແລະ ອາຍແກ໊ສ ທີ່ຍັງຖືວ່າເປັນເຊື້ອເພີງທີ່ສໍາຄັນໃນພາກພື້ນ.

