ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ ຊຸກຍູ້, ຕິດຕາມ ວຽກງານຂົງເຂດທະນາຄານ

ວັນທີ 13 ຕຸລາ 2023 ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ຄະນະສະເພາະກິດ 19/ກມສພ, ທັງເປັນຫົວໜ້າກອງເລຂາຄະນະສະເພາະກິດ ພ້ອມດ້ວຍກອງເລຂາຊ່ວຍວຽກຄະນະ ຈາກ ຫສນຍ ແລະ ບັນດາກະຊວງກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານລັດຖະມົນຕີ, ຫົວໜ້າ ຫສນຍ, ຫົວໜ້າກອງເລຂາຄະນະສະເພາະກິດ 19/ກມສພ ໄດ້ກ່າວມີຄໍາເຫັນບາງຕອນວ່າ: ການມາເຮັດວຽກຂອງຄະນະຄັ້ງນີ້ ເພື່ອ
(1) ຮັບຟັງຄໍາຄິດຄໍາເຫັນກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ຂົງເຂດທະນາຄານ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນເງິນຕາ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ລວມທັງ ຮັບຟັງບັນດາຂໍ້ສະເໜີ ຈາກ ທຫລ ຕໍ່ຂະແໜງການອື່ນ;
(2) ເປັນການຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ບັນດານິຕິກຳ ກໍ່ຄື ມາດຕະການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ ໂດຍສະເພາະ ບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ບາງວຽກງານທີ່ຕິດພັນກັບຂະແໜງທະນາຄານ ນັບແຕ່ມື້ແຕ່ງຕັ້ງຄະນະສະເພາະກິດ 19/ກມສພ, ວັນທີ 30 ມິຖຸນາ 2023 ມາຮອດປະຈຸບັນ ລວມທັງ ທິດທາງແຜນການແກ້ໄຂ ໄລຍະກາງ ແລະ ໄລຍະຍາວ ໃນຕໍ່ໜ້າ.
ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ, ມີຄຳເຫັນສັງລວມເນື້ອໃນສຳຄັນ ໂດຍຍົກໃຫ້ເຫັນຄວາມພະຍາຍາມ ເອົາໃຈໃສ່ຂອງພາກສ່ວນຕ່າງໆ ເຮັດໃຫ້ມີຜົນສຳເລັດ ລວມທັງ ໄດ້ສະເໜີຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຕິດພັນກັບຂະແໜງການທະນາຄານ ຊຶ່ງຈະຕ້ອງໄດ້ພ້ອມກັນສຸມແກ້ໄຂ ໃຫ້ມີການຫັນປ່ຽນຢ່າງວ່ອງໄວ, ເລິກເຊິ່ງ ແລະ ຮອບດ້ານ ບົນພື້ນຖານຄວາມເປັນເຈົ້າການຮັບຜິດຊອບສູງ, ສຸມທຸກຄວາມສາມາດ ແລະ ເອົາການເອົາງານ ເພື່ອຈະພ້ອມກັນແກ້ໄຂຜ່ານຜ່າ ບັນດາຂໍ້ຫຍຸ້ງຍາກຕ່າງໆ ໃຫ້ໄດ້.
ແລະ ສະເໜີໃຫ້ ທຫລ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ
(1) ໃຫ້ປະເມີນຄືນບັນດາເຄື່ອງມື, ກົນໄກນະໂຍບາຍ ທີ່ໃຊ້ໃນປະຈຸບັນ ອັນໃດທີ່ມີປະສິດທິພາບແລ້ວ ຄວນສືບຕໍ່ ແລະ ອັນໃດບໍ່ມີປະສິດທິພາບ ຄວນໄດ້ປັບປຸງປ່ຽນແປງ ບົນພື້ນຖານຕ້ອງ ຢຶດໝັ້ນຜົນການຄົ້ນຄວ້າທາງດ້ານເຕັກນິກວິຊາການ;
(2) ລົງເລິກການປະເມີນຄືນ ບັນດາໜ້າວຽກລະອຽດຕົວຈິງ ໃນຈໍານວນ 91 ໜ້າວຽກ ຢູ່ໃນຄວາມຮັບຜິດຊອບຂອງ ທຫລ ທີ່ໄດ້ກໍານົດຢູ່ໃນແຜນ ດໍາເນີນງານຂອງຄະນະສະເພາະກິດ 19/ກມສພ ໂດຍໃຫ້ສ້າງບັນຊີການກວດກາຄວາມຄືບໜ້າຂອງບັນດາໜ້າວຽກດັ່ງກ່າວລະອຽດ ເພື່ອໃຫ້ສາມາດຮູ້ໄດ້ວ່າ ວຽກໃດຈັດຕັ້ງປະຕິບັດສໍາເລັດແລ້ວ, ວຽກໃດກໍາລັງຈັດຕັ້ງປະຕິບັດ ແຕ່ຍັງບໍ່ທັນສໍາເລັດ ແລະ ວຽກໃດທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ;
(3) ໃຫ້ຄົ້ນຄວ້າມີຄຳເຫັນທາງດ້ານວິຊາການຕໍ່ບັນດາຄໍາເຫັນ, ຄຳສະເໜີ ໃນຄັ້ງນີ້ ໂດຍສະເພາະທີ່ຕິດພັນກັບບັນຫາພົ້ນເດັ່ນໃນຂົງເຂດທະນາຄານ ແລ້ວ ລາຍງານຄະນະສະເພາະກິດ 19/ກມສພ ມີທິດຊີ້ນຳຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ.

