ປກສ ເມືອງຊໍາໃຕ້ ກັກຕົວຜູ້ຄ້າຂາຍຢາຝິ່ນເກືອບ 3 ກິໂລກຣາມ ມາດຳເນີນຄະດີ

ວັນທີ 11 ຕຸລາ 2023, ປກສ ເມືອງຊຳໃຕ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ກວດຄົ້ນເຮືອນ ນາງ ຈ້າ ອາຍຸ 49 ປີ  ຢູ່ບ້ານພັນສະຫວັນ ເມືອງຊຳໃຕ້ ແຂວງ ຫົວພັນ ຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ.

ຜ່ານການກວດຄົ້ນ, ພົບເຫັນຂອງກາງຢາເສບຕິດ ປະເພດຢາຝິ່ນ ນ້ຳໜັກເກືອບ 3 ກິໂລກຣາມ ທີ່ຊຸກເຊື່ອງໄວ້ຢູ່ຄອກລົດ ແລະ ແຜ່ນເຊັດຢາຝິ່ນໜັກ 4.5 ກິໂລກຣາມທີ່ ຊຸກເຊື່ອງໄວ້ຢູ່ພາຍໃນຫ້ອງນອນ, ເຈົ້າໜ້າທີ່ ຈຶ່ງໄດ້ຈັບຕົວຜູ້ກ່ຽວພ້ອມຂອງກາງມາທີ່ກອງບັນຊາການ ປກສ ເມືອງຊໍາໃຕ້ ເພື່ອສອບສວນ ຫາທີ່ມາຂອງຢາເສບຕິດ (ຢາຝິ່ນ) ຈໍານວນດັ່ງກ່າວ.

ຜ່ານການສອບສວນ ຜູ້ກ່ຽວ ໄດ້ຮັບສາລະພາບວ່າ: ຢາເສບຕິດ (ຢາຝິ່ນ ແລະ ແຜ່ນເຊັດຢາຝິ່ນຈໍານວນທີ່ເຈົ້າໜ້າທີ່ກວດພົບເຫັນນັ້ນແມ່ນຂອງຜູ້ກ່ຽວແທ້ ໄດ້ຊື້ມາໄວ້ເພື່ອຂາຍ.

ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ໄດ້ນຳສົ່ງຕົວຜູ້ກ່ຽວ ພ້ອມເຄື່ອງຂອງກາງຢາເສບຕິດທັງໝົດ ໃຫ້ພະແນກຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ແຂວງຫົວພັນ ດຳເນີນຕາມຂັ້ນຕອນຂອງກົດໝາຍ.

#ຂ່າວພາຍໃນລາວພັດທະນາ #ປກສເມືອງຊຳໃຕ້ #ກັກຕົວຜູ້ຄ້າຂາຍຢາຝິ່ນ