ປະກາດແຕ່ງຕັ້ງ ອະດີດເຈົ້າແຂວງຫົວພັນ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ

ວັນທີ 13 ຕຸລາ 2023 ນີ້, ຫ້ອງວ່າການສູນກາງພັກ ໄດ້ປະກາດການຈັດຕັ້ງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກສະບັບເລກທີ22/ກມສພ, ລົງວັນທີ 27 ກັນຍາ 2023 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ທ່ານ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ, ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ ແລະ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 438/ຄລສພ ລົງວັນທີ 27 ກັນຍາ 2023 ວ່າດ້ວຍການບົ່ງໂຕແຕ່ງຕັ້ງ ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເປັນກຳມະການປະຈຳພັກ ຫ້ອງວ່າການສູນກາງພັກ.

ການແຕ່ງຕັ້ງຄັ້ງນີ້, ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ດັ່ງນັ້ນ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຈຶ່ງໄດ້ຕົກລົງ ສັບຊ້ອນ-ຈັດວາງພະນັກງານການນຳຂັ້ນສູງບາງຕຳແໜ່ງຄືນໃໝ່ ຖືວ່າເປັນວຽກປົກກະຕິ ແລະ ເປັນຫລັກການຂອງພັກ ໃນວຽກງານພັກ-ພະນັກງານ ແນໃສ່ຍົກສູງບົດບາດການນໍາພາຂອງພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ.
ທ່ານ ທອງສະລິດ ມັງໜໍ່ເມກຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ທ່ານ ວັນໄຊ ແພງຊຸມມາ ທີ່ໄດ້ຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ ດ້ວຍບົດຮຽນ ແລະ ປະສົບການຂອງທ່ານຈະເປັນການປະກອບກຳລັງແຮງສຳຄັນ ໃຫ້ແກ່ຫ້ອງວ່າການສູນກາງພັກ ໃນການປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ ກົມການເມືອງສູນກາງພັກໃຫ້ມີຜົນດີຂຶ້ນກວ່າເກົ່າ.