ອິດສະລາແອນຕັ້ງລັດຖະບານສຸກເສີນ-ຄະນະລັດຖະບານຊ່ວງສົງຄາມ ພ້ອມກວາດລ້າງຮາມັດໃຫ້ໝົດໄປ

ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ປະກາດຕັ້ງລັດຖະບານສຸກເສີນໃນວັນທີ 11 ຕຸລາ ເພື່ອດໍາເນີນງານດ້ານການເຮັດສົງຄາມກັບກຸ່ມຮາມັດໂດຍກົງ. ຂະນະທີ່ລັດຖະມົນຕີກະຊວງປ້ອງກັນປະເທດປະກາດກຽມກວາດລ້າງກຸ່ມຮາມັດຂອງປາແລັສຕິນ “ໃຫ້ໝົດໄປຈາກໂລກນີ້” ຫລັງຈາກຄວາມຂັດແຍ່ງລະຫວ່າງສອງດິນແດນເກີດຂຶ້ນຮອບໃໝ່ໃນທ້າຍອາທິດຜ່ານມາ.

ໃນຖະແຫລງການຮ່ວມທີ່ຫາກໍມີການເປີດເຜີຍອອກມານັ້ນ, ທ່ານ ເນທັນຢາຮູ ແລະ ທ່ານ ເບນນີ ແກນ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຂອງອິດສະລາແອນ ແລະ ຜູ້ນໍາພັກຝ່າຍຄ້ານສາຍກາງ ກ່າວວ່າ: ພວກທ່ານເຫັນພ້ອມຈະຈັດຕັ້ງລັດຖະບານສຸກເສີນທີ່ປະກອບມີພວກທ່ານທັງສອງຄົນ ຮ່ວມກັບໜຶ່ງເຈົ້າໜ້າທີ່ລະດັບສູງຄືທ່ານ ໂຍອັຟ ກັນລັນ ລັດຖະມົນຕີກະຊວງປ້ອງກັນປະເທດຂອງອິດສະລາແອນຄົນປັດຈຸບັນ.

ໂດຍທ່ານ ເນທັນຢາຮູ ເນັ້ນວ່າ: ໃນລະຫວ່າງການສູ້ຮົບກັບກຸ່ມຮາມັດ ລັດຖະບານສຸກເສີນຈະບໍ່ດໍາເນີນນະໂຍບາຍ ຫລື ຜ່ານຮ່າງກົດໝາຍໃດໆ ທີ່ບໍ່ກ່ຽວຂ້ອງກັບສົງຄາມ. ພ້ອມລະບຸວ່າ: ທຸກຝ່າຍໄດ້ປະຖິ້ມຄວາມເຫັນທີ່ແຕກຕ່າງ ເພາະຊະຕາກໍາຂອງອິດສະລາແອນກໍາລັງແຂວນຢູ່ເທິງເສັ້ນດ້າຍ.

ທ່ານ ກັນລັນ ກ່າວວ່າ: “ພວກເຮົາຈະກໍາຈັດສິ່ງທີ່ເອີ້ນວ່າຮາມັດ ໄອຊິສ-ກາຊາ ໃຫ້ໝົດໄປຈາກໂລກ”. ຂະນະທີ່ທ່ານ ແກນ ກ່າວວ່າ: “ໂລກຂອງພວກເຮົາມີທັງການສ້າງສັນຕິພາບ ແລະ ການເຮັດສົງຄາມ ເຊິ່ງບັດນີ້ເປັນເວລາແຫ່ງສົງຄາມ”.

ເຖິງຢ່າງໃດກໍດີ, ໃນເວລານີ້ ທ່ານ ຍາເອຍ ລາປິດ ຫົວໜ້າຝ່າຍຄ້ານ ຍັງບໍ່ໄດ້ສະແດງທ່າທີວ່າຈະເຂົ້າຮ່ວມລັດຖະບານສຸກເສີນນີ້ນໍາ.

ສໍາລັບຄວາມຂັດແຍ່ງຮອບໃໝ່ທີ່ເກີດຂຶ້ນນີ້ ເລີ່ມຂຶ້ນໃນວັນທີ 7 ຕຸລາ ຫລັງນັກຮົບຕິດອາວຸດກຸ່ມຮາມັດເຄື່ອນທີ່ຈາກເຂດກາຊາບຸກເຂົ້າໃນດິນແດນຂອງອິດສະລາແອນ ກ່ອນຈະໂຈມຕີແບບບໍ່ທັນຕັ້ງຕົວທັງທາງບົກ ແລະ ທາງອາກາດ. ຂະນະທີ່ອິດສະລາແອນໄດ້ຍິງຈະຫລວດ ແລະ ສົ່ງທະຫານໂຕ້ຕອບກັບທັນທີ ອີກທັງຍັງສັ່ງປິດລ້ອມເຂດກາຊາ ໂດຍເຫດການຄວາມຮຸນແຮງທີ່ເກີດຂຶ້ນສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຈາກທັງສອງຝ່າຍແລ້ວຢ່າງໜ້ອຍ 2.300 ຄົນ.

ອ້າງອີງ: