IEA ຄາດຄະເນຄວາມຕ້ອງການແກັສທົ່ວໂລກຊ້າລົງ ໃນປີ 2022-2026

ວັນທີ 10 ຕຸລາ, ອົງການພະລັງງານສາກົນ (IEA) ລາຍງານວ່າ: ຄວາມຕ້ອງການແກັສທົ່ວໂລກມີທ່າອ່ຽງເຕີບໃຫຍ່ຊ້າລົງໃນໄລຍະປີ 2022-2026 ຫລັງຈາກຂະຫຍາຍຕົວຢ່າງແຂງແຮງໃນທົດສະວັດຜ່ານມາ ແລະ ມີສ່ວນສົ່ງເສີມການເຕີບໃຫຍ່ຂອງອຸປະທານພະລັງງານທົ່ວໂລກປະມານ 40%.
ລາຍງານແກັສໄລຍະກາງ ປີ 2023 ຈາກອົງການພະລັງງານສາກົນ ອະທິບາຍວ່າ: ອຸປະທານແກັສຍັງຂ້ອນຂ້າງເຄັ່ງຕຶງ ແລະ ລາຄາຍັງຜັນຜວນ. ຂະນະທີ່ຄວາມເຄັ່ງຕຶງຂອງຕະຫລາດໃນ 3 ໄຕມາດທໍາອິດ (ມັງກອນ-ກັນຍາ) ຂອງປີ 2023 ຫລຸດຜ່ອນລົງ ເຊິ່ງສະທ້ອນຄວາມເບາະບາງຂອງສົມດູນໃນຕະຫລາດແກັສໂລກ.
ການໃຊ້ແກັສໂດຍລວມໃນຕະຫລາດອາຊີ-ປາຊີຟິກ, ເອີຣົບ ແລະ ອາເມລິກາເໜືອ ມີທ່າອ່ຽງຫລຸດລົງໃນໄລຍະກາງ ເຊິ່ງເປັນຜົນມາຈາກການໃຊ້ພະລັງງານໝູນວຽນ ແລະ ມາດຕະຖານປະສິດທິພາບທາງພະລັງງານທີ່ພັດທະນາດີຂຶ້ນ ໂດຍຕະຫລາດອາຊີທີ່ເຕີບໃຫຍ່ຢ່າງວ່ອງໄວ ແລະ ກຸ່ມປະເທດແຫລ່ງແກັສໃນອາຟຣິກາ ແລະ ຕາເວັນອອກກາງຈະເປັນຜູ້ນໍາການເຕີບໃຫຍ່ຂອງຄວາມຕ້ອງການແກັສທົ່ວໂລກ.
ອົງການພະລັງງານສາກົນ ເປີດເຜີຍວ່າ: ຄວາມຕ້ອງການແກັສຂອງສະມາຊິກອົງການເພື່ອການຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD) ຢູ່ເອີຣົບ ມີທ່າອ່ຽງຫລຸດລົງ 5% ໃນປີ 2023 ໂດຍສາເຫດຕົ້ນຕໍມາຈາກການເຜົາໄໝ້ແກັສຫລຸດລົງໃນຂະແໜງພະລັງງານ ເຊິ່ງຫລຸດລົງເກືອບ 15% ທ່າມກາງການຂະຫຍາຍຕົວຢ່າງວ່ອງໄວຂອງພະລັງງານໝູນວຽນ.
ທັງນີ້, ອົງການພະລັງງານສາກົນ ຮຽກຮ້ອງປະເທດຕ່າງໆ ຫລຸດຄວາມຕ້ອງການແກັສຢ່າງມີໂຄງສ້າງ ຜ່ານມາດຕະການປະສິດທິພາບທາງພະລັງງານທີ່ພັດທະນາດີຂຶ້ນ, ການເລັ່ງໃຊ້ພະລັງງານໝູນວຽນ ແລະ ເຄື່ອງເຮັດຄວາມຮ້ອນ ລວມທັງການປ່ຽນແປງພຶດຕິກໍາ.

