ເຈົ້າໜ້າທີ່ປາບປາມການລັກລອບໜີພາສີ ແຈ້ງຄັ້ງສຸດທ້າຍ ໃຫ້ເຈົ້າຂອງລົດທີ່ກັກໄວ້ ຮີບຮ້ອນມາພົວພັນຄິດໄລ່ພາສີ ຖ້າກາຍກຳນົດຈະດຳເນີນຕາມກົດໝາຍ

ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ຂຶ້ນກັບກົມພາສີ ກະຊວງການເງິນ, ປະກາດແຈ້ງການ (ຄັ້ງສຸດທ້າຍ) ສະບັບເລກທີ 0746/ພສປ, ລົງວັນທີ 4 ຕຸລາ 2023 ເຖິງ: ບໍລິສັດ, ວິສາຫະກິດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າໆທີ່ເປັນເຈົ້າຂອງພາຫະນະທີ່ກັກໄວ້ຢູ່ສາງພະແນກ ພສປ, ໃຫ້ຮີບຮ້ອນມາພົວພັນຄິດໄລ່ພາສີ ແລະ ພັນທະອື່ນຂອງພາຫະນະທີ່ກັກໄວ້ຊົ່ວຄາວ, ຢູ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ຖະໜົນໜອງບອນ, ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ, ສ່ວນລາຍລະອຽດພາຫະນະຕາມປະກາດແຈ້ງການລຸ່ມນີ້:

  • ເລກທີ 139, ວັນທີ 28/12/2022 ອອກຊື່ ທ້າວ ກຸມພົນ ດາລາວົງ ເມືອງແກ້ວອຸດົມ ແຂວງວຽງຈັນ ຍີ່ຫໍ້ Kawasaki ເລກຈັກ ZR900BE031426 ເລກຖັງ JKAR900BBDA31591
  • ເລກທີ 128 ວັນທີ 11/11/2022 ອອກຊື່ ທ້າວແດງ ໂພທິລາດ ເມືອງປາກກະດິງ ແຂວງບໍລິຄຳໄຊ ລົດກະບະ ISUSU D-MAX ເລກຈັກ RZ4EUJ3757 ເລກຖັງ MP1TF87JLG002298
  • ເລກທີ 105 ວັນທີ 8/5/2023 ອອກຊື່ ນາງ ເວືອງທີຮວ່ຽນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຍີ່ຫໍ້ ລົດເກັງ Toyota camry ເລກຈັກ 6ARP430352 ເລກຖັງ LVGBM74K0KG024869
  • ເລກທີ 014 ວັນທີ 14/1/2023 ອອກຊື່ ທ້າວ ບິກສັນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຍີ່ຫໍ້ລົດ ກະບະ ISUSU D-MAX ເລກຈັກ RZ4EVS8735 ເລກຖັງ MPITFR87JMG018975

ໃຫ້ເຂົ້າມາພົວພັນພາຍໃນ 21 ວັນ ນັບແຕ່ມື້ທີ່ໄດ້ແຈ້ງໄປ ຫລື ປະກາດໄປ ຖ້າກາຍກຳນົດເວລາ ທາງເຈົ້າໜ້າທີ່ຈະດຳເນີນຕາມຂັ້ນຕອນທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍພາສີ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຍວຂ້ອງຢ່າງເຂັ້ມງວດ.