ຈໍານວນຜູ້ເສຍຊີວິດຈາກການສູ້ຮົບລະຫວ່າງອິດສະລາແອນ-ຮາມັດ ເພີ່ມສູງເຖິງ 1.500 ຄົນແລ້ວ ບາດເຈັບປະມານ 5.000 ຄົນ

ການສູ້ຮົບຄັ້ງໃຫຍ່ລະຫວ່າງອິດສະລາແອນ-ກອງກໍາລັງຕິດອາວຸດປາແລັສຕິນເຂົ້າສູ່ມື້ທີ 4 ແລ້ວ ຫລັງຈາກກຸ່ມຮາມັດຢູ່ປາແລັສຕິນເປີດສາກລະດົມຍິງຈະຫລວດ ແລະ ໂຈມຕີພາກພື້ນດິນໃສ່ຫລາຍພື້ນທີ່ສໍາຄັນຂອງອິດສະລາແອນ ນັບແຕ່ທ້າຍອາທິດຜ່ານມາ ສົ່ງຜົນໃຫ້ອິດສະລາແອນຕອບໂຕ້ຢ່າງໜັກໜ່ວງ.

ຫລ້າສຸດວັນທີ 10 ຕຸລາ, ສໍານັກຂ່າວຕ່າງປະເທດ CNN ແລະ Reuters ລາຍງານວ່າ: ອິດສະລາແອນມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 900 ຄົນ. ຂະນະທີ່ກະຊວງສາທາລະນະສຸກຢູ່ເຂດກາຊາລະບຸວ່າ: ຜູ້ເສຍຊີວິດຢູ່ເຂດກາຊາຈາກການໂຕ້ກັບຂອງກອງທັບອິດສະລາແອນສູງກວ່າ 680 ຄົນແລ້ວ ສົ່ງຜົນເຮັດໃຫ້ຈໍານວນຜູ້ເສຍຊີວິດລວມກັນສູງເກີນ 1.500 ຄົນ ໂດຍທັງສອງຝ່າຍຍັງມີຜູ້ໄດ້ຮັບບາດເຈັບລວມກັນອີກປະມານ 5.000 ຄົນ ແລະ ຄາດວ່າຕົວເລກເຫລົ່ານີ້ຈະຍັງເພີ່ມສູງຂຶ້ນອີກ.

ປັດຈຸບັນ ກອງທັບອິດສະລາແອນປິດລ້ອມຊາຍແດນຂອງເຂດກາຊາໂດຍສົມບູນ ເຮັດໃຫ້ທ່ານ ມາມູດ ອັບບາສ ປະທານາທິບໍດີປາແລັສຕິນ ຮຽກຮ້ອງໃຫ້ສະຫະປະຊາຊາດເຂົ້າແຊກແຊງສະຖານະການ ເພື່ອຢຸດການຮຸກຮານຂອງກອງທັບອິດສະລາແອນໃນເຂດກາຊາຂອງປາແລັສຕິນທັນທີ.

ນອກຈາກນີ້, ຜູ້ນໍາປາແລັສຕິນຍັງເນັ້ນເຖິງຄວາມຈໍາເປັນຮີບດ່ວນ ສໍາລັບການສົ່ງມອບການຊ່ວຍເຫລືອດ້ານການແພດ ແລະ ການບັນເທົາທຸກໃນເຂດພື້ນທີ່ຂອງເຂດກາຊາ, ພ້ອມປະກາດເຕືອນເຖິງວິກິດດ້ານມະນຸດສະທໍາທີ່ກໍາລັງຈະເກີດຂຶ້ນຢູ່ເຂດກາຊາ ແລະ ຮຽກຮ້ອງໃຫ້ສະຫະປະຊາຊາດສະແດງຄວາມຮັບຜິດຊອບໃນຖານະອົງການສາກົນທີ່ໄດ້ຮັບຄວາມຍຸຕິທໍາໃນການປົກປ້ອງຄຸ້ມຄອງປະຊາຊົນຊາວປາແລັສຕິນ.

ອ້າງອີງ: