ກຳປູເຈຍພົບຜູ້ເສຍຊີວິດຈາກ ໄຂ້ຫວັດສັດປີກ H5N1 ຄົນທີ 2 ຂອງປີນີ້

ວັນທີ 10 ຕຸລາ, ສໍານັກຂ່າວຊິນຮົວລາຍງານວ່າ: ກະຊວງສາທາລະນະສຸກຂອງກໍາປູເຈຍ ລະບຸວ່າ: ມີຊາຍອາຍຸ 50 ປີ ຈາກແຂວງ ສວາຍຣຽງ ທາງພາກຕາເວັນອອກ ມີຜົນກວດໄຂ້ຫວັດສັດປີກສາຍພັນ H5N1 ເປັນບວກ ຄືນວັນທີ 8 ຕຸລາ, ໂດຍກ່ອນໜ້ານີ້ໄກ່ຂອງຊາວບ້ານລວມທັງໄກ່ຂອງຜູ້ເສຍຊີວິດ, ຕາຍປະມານ 50 ໂຕ ແລະ ໄກ່ຈຳນວນນີ້ຖືກແຈກຢາຍໃຫ້ປະຊາຊົນເຂດໃກ້ຄຽງກິນເປັນອາຫານ. ເຊິ່ງຖືເປັນຜູ້ເສຍຊີວິດຈາກໄຂ້ຫວັດສັດປີກຄົນທີ 2 ຂອງປະເທດໃນປີ 2023.
ປັດຈຸບັນ ເຈົ້າໜ້າທີ່ກະຊວງສາທາຢູ່ລະຫວ່າງການກວດສອບຕົ້ນຕໍການຕິດເຊື້ອ ແລະ ກໍາລັງກວດສອບກໍລະນີຜູ້ຖືກສົງໄສ ຫລື ບຸກຄົນໃກ້ຊິດກັບຜູ້ເສຍຊີວິດ, ນັບແຕ່ຕົ້ນປີ 2003 ຈົນຮອດປັດຈຸບັນ ກໍາປູເຈຍພົບຜູ້ຕິດເຊື້ອພະຍາດນີ້ 58 ຄົນ ແລະ ຜູ້ເສຍຊີວິດ 39 ຄົນແລ້ວ.
ອົງການອະນາໄມໂລກ ລະບຸວ່າ: ພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ເປັນໄຂ້ຫວັດໃຫຍ່ທີ່ມັກແພ່ກະຈາຍລະຫວ່າງສັດປີກທີ່ຕິດເຊື້ອ, ແຕ່ບາງຄັ້ງສາມາດແພ່ຈາກສັດປີກສູ່ຄົນໄດ້ເຊັ່ນກັນ.
ກະຊວງສາທາລະນະສຸກກໍາປູເຈຍລາຍງານວ່າ: ໄຂ້ຫວັດສັດປີກຍັງເປັນໄພຄຸກຄາມຕໍ່ສຸຂະພາບຂອງປະຊາຊົນ ໂດຍສະເພາະເດັກນ້ອຍ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນຢ່າກິນສັດປີກທີ່ຕິດເຊື້ອ ຫລື ຕາຍ ແລະ ຄວນຮັບປະທານສັດປີກທີ່ປຸງສຸກຢ່າງດີ.
ອ້າງອີງຈາກ: https://www.xinhuathai.com/inter/390070_20231009

