ປະທານອົງການກວດກາແຫ່ງລັດ ເນັ້ນໃຫ້ແຂວງຫົວພັນ ເພີ່ມທະວີບົດບາດກວດກາໃຫ້ຫັນໄປສູ່ດ້ານຄຸນນະພາບ ແລະ ໂປ່ງໃສ່, ຍຸຕິທໍາ

ວັນທີ 5 ຕຸລາ 2023 ນີ້, ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງທີ່ເຮັດວຽກງານກວດກາ ພາຍໃນແຂວງຫົວພັນ  ຊຶ່ງທ່ານໄດ້ເນັ້ນໃຫ້ເພີ່ມທະວີບົດບາດໃນວຽກງານຕິດຕາມ, ກວດກາໃຫ້ຫັນໄປສູ່ດ້ານຄຸນນະພາບ ໂດຍສະເພາະຕ້ອງເອົາໃຈ ໃສ່ຄັດເລືອກ, ຍົກລະດັບບໍາລຸງກໍ່ສ້າງພະນັກງານສືບທອດປ່ຽນແທນໃຫ້ທັນກັບໜ້າທີ່ການເມືອງໃນໄລຍະໃໝ່, ການປະເມີນ, ຊັບຊ້ອນຈັດວາງພະນັກງານຕ້ອງມີຄວາມໂປ່ງໃສ່, ການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕ້ອງອີງໃສ່ຄຸນນະພາບເປັນຫລັກ.

ນອກນີ້, ໃຫ້ຖືເອົາວຽກງານຕິດຕາມ, ກວດກາ ເປັນປັດໄຈໜຶ່ງທີ່ສໍາຄັນໃນການຟື້ນຟູຄວາມເຊື່ອໝັ້ນ, ຄວາມສັດທາຂອງສັງຄົມ ຕໍ່ການຈັດຕັ້ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ກໍຄືລະບອບການເມືອງຂອງພັກ; ສືບຕໍ່ເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນຈິດໃຈໃນຄໍາສັ່ງແນະນໍາເລກທີ169/ຄລສພ, ລົງວັນທີ 15 ສິງຫາ 2022 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ກວດກາຄືນບັນດາໂຄງການເກົ່າທີ່ມີມູນຄ່າ 10 ຕື້ຂຶ້ນໄປ ແລະ 10 ຕື້ລົງມາ ເພື່ອສະຫລຸບຂາດໂຕໃນທົ່ວແຂວງ, ເລັ່ງສຸ່ມໃສ່ວຽກງານຕິດຕາມ, ກວດກາປົກກະຕິແຕ່ຫົວທີ ເພື່ອບໍ່ໃຫ້ມີການກະທໍາຜິດໃນການປະຕິບັດສັນຍາ, ກວດກາຕາມມະຕິຂອງສະພາປະຊາຊົນແຂວງ, ກວດກາຕາມຄໍາຮ້ອງ-ຄໍາສະເໜີ ແລະ ການຄົ້ນຄວ້າວິໄນຕໍ່ພະນັກງານໃຫ້ຖືກຕ້ອງ, ໂປ່ງໃສ່, ຍຸຕິທໍາ, ການດໍາເນີນການກວດກາຕ້ອງມີຂໍ້ມູນລະອຽດ ແລະ ໃຊ້ຂໍ້ມູນຢ່າງຕໍ່ເນື່ອງກັນເພື່ອບໍ່ໃຫ້ເກີດການຊັກຊ້າແກ່ຍາວໃນເວລາກວດກາ.