ວິກິດສົງຄາມ “ອິດສະລາແອນ-ປາແລັສຕິນ” ເຮັດໃຫ້ລາຄານ້ຳມັນໂລກເພີ່ມູສງກວ່າ 4%

ລາຄານ້ຳມັນດິບໃນຕະຫລາດໂລກປັບສູງຂຶ້ນກວ່າ 4% ຜົນຈາກການສູ້ຮົບຢ່າງດຸເດືອດທີ່ສຸດໃນຮອບຫລາຍທົດສະວັດ ລະຫວ່າງອິດສະລາແອນກັບກຸ່ມຮາມັດ.

ວັນທີ 9 ຕຸລາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສັນຍາຊື້ຂາຍລ່ວງໜ້ານໍ້າມັນດິບເບຣນ ຢູ່ລະດັບ 86,65 ໂດລາສະຫະລັດຕໍ່ບາເຣລ ລະຫວ່າງການຊື້ຂາຍໄລຍະໜຶ່ງຂອງວັນທີ 9 ຕຸລາ ຕາມເວລາທ້ອງຖິ່ນໃນຕະຫລາດອາຊີ ເພີ່ມຂຶ້ນ 4,7%.

ຂະນະທີ່ສັນຍາຊື້ຂາຍລ່ວງໜ້ານໍ້າມັນດິບ ເວສ ເທກຊັສ ອິນເຕີມີເດຍ ຢູ່ລະດັບ 88,39 ໂດລາສະຫະລັດຕໍ່ບາເຣລ ເພີ່ມຂຶ້ນ 4,5%.

ນັກວິເຄາະໃຫ້ຄໍາເຫັນໄປໃນທາງດຽວກັນວ່າ: ບັນດານັກລົງທຶນກໍາລັງຕິດຕາມຢ່າງໃກ້ຊິດ ວ່າວິກິດການຄັ້ງຫລ້າສຸດລະຫວ່າງອິດສະລາແອນກັບກຸ່ມຮາມັດ ເຊິ່ງຮຸນແຮງທີ່ສຸດໃນຮອບຫລາຍທົດສະວັດ ຈະລຸກລາມໄປປະເທດອື່ນໃນພາກພື້ນ ຫລື ບໍ່ ຫລື ຫລາຍໜ້ອຍຊໍ່າໃດ ໂດຍສະເພາະຕໍ່ຊາອຸດິອາຣະບີ ເຊິ່ງເປັນປະເທດຜູ້ສົ່ງອອກນໍ້າມັນດິບລາຍໃຫຍ່ທີ່ສຸດຂອງໂລກ ແລະ ຍັງໃຊ້ມາດຕະການຫລຸດເພດານການຜະລິດມື້ລະ 1 ລ້ານບາເຣລ ໃຫ້ຢູ່ລະດັບ 9 ລ້ານບາເຣລຕໍ່ວັນ ຈົນຮອດທ້າຍປີນີ້.