ປະເມີນການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຮັດກຸມ ແລະ ມີຄຸນນະພາບ

ວັນທີ 9-10 ຕຸລາ 2023, ສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ສະບັບຄື: ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ກົດໝາຍວ່າດ້ວຍການປ້ອງກັນຊາດ ແລະ ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ.
ທັງນີ້,ເພື່ອເປັນຂໍ້ມູນໃຫ້ສະພາແຫ່ງຊາດໃນການຕິດຕາມກວດກາ ແລະ ພິຈາລະນາຮັບຮອງເອົາໃນຂັ້ນຕອນຕ່າງໆ, ໃນການ ຊຸກຍູ້ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຕາມກົດໝາຍວ່າດ້ວຍການສ້າງນິຕິກໍາ ເພື່ອໄປກ້າວໄປສູ່ການປັບປຸງໃຫ້ມີເນື້ອໃນຄົບຖ້ວນສົມບູນ, ສອດຄ່ອງກັບສະ ພາບການພັດທະນາທາງດ້ານເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນໃນໄລຍະໃໝ່, ຮັບປະກັນຫລັກວິຊາການ, ລັກສະນະວິທະຍາສາດ, ລັກສະນະຊາດ, ເປັນລະບົບ, ຄົບຊຸດ, ຮັດກຸມ, ກົມກຽວ ແລະ ສາມາດຈັດຕັ້ງປະຕິບັດໄດ້, ເພີ່ມທະວີຄວາມເອົາໃຈໃສ່ ເຂົ້າໃນການຄົ້ນຄວ້າປະກອບ ຄໍາຄິດຄໍາເຫັນຕໍ່ບັນດາເນື້ອໃນໃຫ້ເລິກເຊິ່ງ ແລະ ມີຈຸດສຸມ ເພື່ອສະຫລຸບ ສັງລວມ ລາຍງານໃຫ້ ສະ ພາແຫ່ງຊາດ ເພື່ອນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຊອງສະພາແຫ່ງຊາດ ຊຸດທີ IX.
