ທະນາຄານໂລກຄາດຄະເນເສດຖະກິດຫວຽດນາມ ປີ 2023 ເຕີບໃຫຍ່ 4,7%

ລາຍງານທ່າອ່ຽງເສດຖະກິດມະຫາພາກ ແລະ ຄວາມທຸກຍາກຂອງຫວຽດນາມຈາກທະນາຄານໂລກ ລະບຸວ່າ: ເສດຖະກິດຫວຽດນາມມີທ່າອ່ຽງເຕີບໃຫຍ່ 4,7% ໃນປີ 2023 ເນື່ອງຈາກອຸປະສົງພາຍນອກ ແລະ ພາຍໃນປະເທດອ່ອນຕົວ.
ວັນທີ 5 ຕຸລາ, ສໍານັກຂ່າວຊິນຮົວລາຍງານວ່າ: ທະນາຄານໂລກລະບຸວ່າ: ອຸປະສົງພາຍໃນປະເທດຈະເປັນຕົວຂັບເຄື່ອນຫລັກຂອງການເຕີບໃຫຍ່ໃນປີນີ້ ເຖິງວ່າຂະຫຍາຍຕົວໃນອັດຕາຊ້າກວ່າປີກ່ອນ ແລະ ເສດຖະກິດຫວຽດນາມຈະຟື້ນຕົວກັບໄປເຕີບໃຫຍ່ 5,5% ໃນປີ 2024 ແລະ 6% ໃນ 2025.
ສ່ວນສະພາບເງິນເຟີ້ຂອງຫວຽດນາມມີທ່າອ່ຽງສະເລ່ຍຢູ່ລະດັບ 3,5% ໃນປີີນີ້ ເນື່ອງຈາກການຂຶ້ນເງິນເດືອນຂອງພະນັກງານລັດ ກ່ອນຈະປັບຫລຸດລົງມາຢູ່ລະດັບ 3% ໃນປີ 2024 ແລະ 2025 ຕາມລາຄາສິນຄ້າໂພກກະກັນ ແລະ ພະລັງງານທີ່ເກີດສະຖຽນລະພາບ.
ຂະນະດຸນບັນຊີເດີນສະພັດຂອງຫວຽດນາມມີທ່າອ່ຽງພັດທະນາດີຂຶ້ນ ເນື່ອງຈາກການຟື້ນຕົວພໍປະມານຂອງການສົ່ງອອກ, ການຟື້ນຕົວຕໍ່ເນື່ອງຂອງການທ່ອງທ່ຽວລະຫວ່າງປະເທດ ແລະ ຄວາມແຂງແຮງຂອງການສົ່ງເງິນກັບປະເທດ.
ສ່ວນທະນາຄານພັດທະນາອາຊີຫລຸດຕົວເລກຄາດຄະເນການເຕີບໃຫຍ່ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມໃນປີ 2023 ມາຢູ່ລະດັບ 5,8% ຈາກເຄີຍຄາດຄະເນໄວ້ໃນລະດັບ 6,5% ໃນເດືອນເມສາ.
