ກຽມຈັດງານໂຮມຊຸມນຸມ ໃຫ້ຄວາມຮູ້ຜະລິດ ສະບຽງອາຫານໃຫ້ມີປະສິດທິພາບ ແລະ ຍືນຍົງ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ

ວັນທີ 5 ຕຸລາ 2023, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫລງຂ່າວກ່ຽວກັບການສະເຫລີມສະຫລອງວັນອາຫານໂລກຄົບຮອບ 43 ປີ, ລະນຶກວັນສາກົນ ແລະ ສັບປະ ດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈຳປີ 2023 ວ່າ:
ວັນອາຫານໂລກ ປີ 2023ນີ້, ພາຍໃຕ້ຄໍາຂວັນ: “ ນໍ້າ ປຽບເໝືອນດັ່ງຊີວິດ, ນໍ້າ ຄືແຫລ່ງກໍາເນີດອາຫານຂອງພວກເຮົາ ພວກເຮົາພ້ອມກັນກ້າວໄປ ”; ສຳລັບວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 31 ປີ ແລະ ສັບປະດາແຫ່ງຊາດ ຄົບຮອບ 20 ປີ ພາຍໃຕ້ຄໍາຂວັນວ່າ: “ ພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເພື່ອກຽດສັກສີຂອງທຸກຄົນ ” ຜ່ານມາໂລກໄດ້ພົບກັບຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍຫຼາຍຢ່າງເຊັ່ນ: ການປ່ຽນແປງສະພາບດິນຟ້າອາກາດເຮັດໃຫ້ເກີດການແຜ່ລະບາດຂອງພະຍາດຄົນ, ພະຍາດສັດ-ພືດ ຢ່າງຕໍ່ເນື່ອງ, ເກີດໄພພິບັດທາງທໍາມະຊາດ ທີ່ນັບມື້ນັບຮ້າຍແຮງ, ລວມທັງລາຄາສິນຄ້າ ແລະ ນໍ້າມັນເຊື້ອໄຟ ສູງຂຶ້ນ, ມີຄວາມຂັດແຍ່ງ ແລະ ຄວາມເຄັ່ງຕຶງຢູ່ບາງຂົງເຂດໃນໂລກທີ່ສືບຕໍ່ສົ່ງຜົນກະທົບຕໍ່ປະຊາກອນໃນໂລກ ໃນການຜະລິິດ ແລະ ການເຂົ້າເຖິງສະບຽງອາຫານ ແລະ ປະສົບກັບຄວາມອຶດຫິວ.
ງານໂຮມຊຸມນຸມສະເຫລີມສະຫລອງວັນອາຫານໂລກ, ລະນຶກວັນສາກົນ ແລະ ສັບປະ ດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຄົ ປະຈຳປີ 2023 ຈະໄດ້ຈັດຂຶ້ນ ໃນວັນທີ 9 ຕຸລາ 2023 ທີ່ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້, ນະຄອນຫລວງວຽງຈັນ ຊຶ່ງມີຄວາມໝາຍຄວາມສໍາຄັນຫລາຍ, ບໍ່ສະເພາະແຕ່ເປັນການສ້ງຈິດສໍານຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊົນທົ່ວໂລກ ໄດ້ເຂົ້າໃຈເຖິງຄວາມທຸກຍາກ ແລະ ໄພອຶດຫິວ ເທົ່ານັ້ນ, ແຕ່ຍັງເປັນການສ້າງແຮງດຶງດູດໃຫ້ທຸກຄົນ ມີຄວາມສາມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວ, ເປັນການສ້າງຄວາມຮັບຮູ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການຜະລິດສະບຽງອາຫານໃຫ້ມີປະສິດທິພາບ ແລະ ຍືນຍົງ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ທຸກຄົນສາມາດເຂົ້າເຖິງອາຫານທີ່ມີໂພຊະນາການໄດ້ທຸກສະຖານທີ່ຕະຫລອດປີ.

