ເກີດເຫດຈະລາຈົນ! ໄວໜຸ່ມຮ້ອຍກວ່າຄົນ ປຸ້ນ IPhone15 ຈົນກ້ຽງຢູ່ໃນລັດຟີລາເດເຟຍສະຫະລັດອາເມລິກາ

ວັນທີ 28 ກັນຍາ 2023 ຜ່ານມາ ສື່ຕ່າງປະເທດລາຍງານວ່າ: ເກີດເຫດໄວໜຸ່ມຮ້ອຍກວ່າຄົນ ບຸກປຸ້ນຮ້ານຄ້າຫລາຍແຫ່ງ ໂດຍສະເພາະແມ່ນ apple store ໃນລັດຟີລາເດເຟຍ ສະຫະລັດອາເມລິກາ ເກັບກວາດເອົາວັດຖຸມີຄ່າ ແລະ Iphone ໄປຈົນໝົດຮ້ານ ແຕ່ບໍ່ມີຜູ້ບາດເຈັບ ເບື້ອງຕົ້ນເຈົ້າໜ້າທີ່ຄາດຄະເນວ່າເຫດການດັ່ງກ່າວອາດມີສາເຫດອາດມາຈາກສານໄດ້ຍົກຟ້ອງຄະດີຕຳຫລວດຍິງປະຊາຊົນຈົນເສຍຊີວິດ.
ຫລ້າສຸດ ຈາກການລາຍງານຂອງຕຳຫລວດເຜີຍວ່າ: ກຸ່ມໄວໜຸ່ມດັ່ງກ່າວມີຈຳນວນຮ້ອຍກວ່າຄົນ, ຜ່ານມາຕຳຫລວດພະຍາຍາມຈັບກຸມຫລາຍຄັ້ງ ແຕ່ກໍສາມາດຫລົບໜີໄປໄດ້
ດ້ານຜູ້ບັນຊາການຕຳຫລວດຟິລາເດເຟຍ ອອກມາປະຕິເສດວ່າ ການທີ່ໄວໜຸ່ມອອກມາປຸ້ນທົ່ວເມືອງນັ້ນບໍ່ກ່ຽວຂ້ອງກັບການປະທ້ວງທີ່ເກີດຂຶ້ນກ່ອນໜ້ານີ້ ໂດຍກ່ວາວ່າ ການປະທ້ວງທີ່ເກີດຂຶ້ນນັ້ນໄດ້ຜ່ານໄປແລ້ວ.

