ມູນຄ່າການຄ້າ ສປປ ລາວ ເດືອນສິງຫາ 2023 ບັນລຸ 980 ລ້ານໂດລາ ຂາດດຸນ ປະມານ 88 ລ້ານໂດລາສະຫະລັດ

ສູນຂໍ້ມູນຂ່າວສານການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວັນທີ 22 ກັນຍາ 2023 ຜ່ານມານີ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 8 ປີ 2023 ບັນລຸໄດ້ປະມານ 980 ລ້ານໂດລາ. ໃນນີ້, ມູນຄ່າການສົ່ງອອກ ປະມານ 446 ລ້ານໂດລາ, ມູນຄ່າການນໍາເຂົ້າ ປະມານ 534 ລ້ານໂດລາ ແລະ ຂາດດຸນການຄ້າ ປະມານ 88 ລ້ານໂດລາ.

ສິນຄ້າສົ່ງອອກທັງໝົດປະມານ 446 ລ້ານໂດລາ. ໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ​​ເກືອກາລີ ປະມານ 65 ລ້ານໂດລາ, ຄໍາປະສົມ-ຄຳແທ່ງ ປະມານ 59 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ປະມານ 39 ລ້ານໂດລາ, ແຮ່ທອງ ປະມານ 35 ລ້ານໂດລາ, ນໍ້າຕານ ປະມານ 29 ລ້ານໂດລາ, ຢາງພາລາ ປະມານ 26 ລ້ານໂດລາ, ເຍື້ອໄມ້ ແລະ ເສດເຈ້ຍ ປະມານ 23 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ປະມານ 21 ລ້ານໂດລາ, ແຮ່ເຫຼັກ ປະມານ 19 ລ້ານໂດລາ, ໝາກກ້ວຍ ປະມານ 13 ລ້ານໂດລາສະຫະລັດ.

ສິນຄ້ານຳເຂົ້າທັງໝົດ ປະມານ 534 ລ້ານໂດລາ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ ປະມານ 58 ລ້ານໂດລາ, ອຸປະກອນກົນຈັກ ປະມານ 56  ລ້ານໂດລາ, ພາຫະນະທາງບົກ ປະມານ 43 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ ປະມານ 37 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ ປະມານ 22 ລ້ານໂດລາ, ເຍື້ອໄມ້ ແລະ ເສດເຈ້ຍ ປະມານ 18 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 17 ລ້ານໂດລາ, ນໍ້າມັນແອັດຊັງ ປະມານ 17 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 16  ລ້ານໂດລາ, ເຄື່ອງດື່ມ ປະມານ 12 ລ້ານ.

ອັນດັບ ປະເທດ ທີ່ ສປປ ລາວ ສົ່ງອອກສິນຄ້າຫຼາຍ 5 ໄດ້ແກ່: ຈີນ ປະມານ 210 ລ້ານໂດລາ, ຫວຽດນາມ ປະມານ 77 ລ້ານໂດລາ, ໄທ ປະມານ 54 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 38 ລ້ານໂດລາ ແລະ ເຢຍລະມັນ ປະມານ 10 ລ້ານໂດລາ.

5 ອັນດັບ ປະເທດ ທີ່ ສປປ ລາວ ນໍາເຂົ້າສິນຄ້າຫຼາຍ ໄດ້ແກ່: ໄທ ປະມານ 240 ລ້ານໂດລາສະຫະລັດ, ຈີນ ປະມານ 175 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 25 ລ້ານໂດລາ, ສະຫະລັດອາເມລິກາ ປະມານ 19 ລ້ານໂດລາ ແລະ ຢີ່ປຸ່ນ ປະມານ 15 ລ້ານໂດລາ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 8 ປີ 2023 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).