ເຜີຍແຜ່ຜົນຮ້າຍການຄ້າມະນຸດໃຫ້ປະຊາຊົນບ້ານແຈ້ງສະຫວ່າງ ແລະ ກາງແສນ

ເມື່ອທ້າຍອາທິດຜ່ານມານີ້, ຄະນະກຳມະການຕ້ານການຄ້າມະນຸດ ໄດ້ລົງເຜີຍແຜ່ຜົນຮ້າຍຂອງການຄ້າມະນຸດໃຫ້ປະຊາຊົນອ້ອມຂ້າງບ້ານແຈ້ງສະຫວ່າງ ແລະ ບ້ານກາງແສນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເພື່ອເຂົ້າໃຈ ແລະ ມີສະຕິຕໍ່ກົນອຸບາຍຕ່າງໆຂອງພວກອາຊະຍາກຳດັ່ງກ່າວ, ພ້ອມຮູ້ການປົກປ້ອງ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.
ທ່ານພັນໂທ ກິແກ້ວ ຈັນທະລັງສີ ຮອງຫົວໜ້າກົມຕຳຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຍົກໃຫ້ເຫັນວ່າ: ການຄ້າມະນຸດແມ່ນການຊອກຫາ, ລັກພາຕົວ, ນຳສົ່ງ ຫລື ໃຫ້ບ່ອນພັກເຊົາ, ລີ້ຊ້ອນ ດ້ວຍການຂົນຂວາຍແນະນຳ, ຕົວະຍົວະຫລອກລວງ, ຊື້ຈ້າງຈອບອອຍ, ຍຸຍົງສວຍໃຊ້ອຳນາດ, ບັງຄັບ, ນາບຂູ່, ຜູກມັດດ້ວຍໜີ້ສິນ ຫລື ຂູດຮີດແຮງງານ, ຂູດຮີດທາງເພດ, ເປັນຂ້າທາດ, ຄ້າໂສເພນີ, ບັງຄັບໃຫ້ເປັນໂສເພນີ, ເອົາອະໄວຍະວະສ່ວນຕ່າງໆໃນຮ່າງກາຍໄປຂາຍ ແລະ ສິ່ງອື່ນໆທີ່ຂັດກັບກົດໝາຍ ແລະ ວັດທະນະທຳອັນດີງາມຂອງຊາດ, ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ອໍານາດການປົກຄອງ ແລະ ປະຊາຊົນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່, ຖ້າພົບກໍລະນີສົງໄສເປັນການຄ້າມະນຸດຕ້ອງຮີບຮ້ອນແຈ້ງອຳນາດການປົກຄອງ, ເຈົ້າໜ້າທີ່ ປກສ ຫລື ແຈ້ງສາຍດ່ວນຕ້ານການຄ້າມະນຸດ 1300 ເພື່ອສາມາດລົງຊ່ວຍເຫລືອແກ້ໄຂ ໄດ້ທັນເວລາ.
ຂ່າວ-ພາບ : ຫນັງສືພິມ ປກສ

