ອົບຮົມຫລັກສູດການບໍລິການ-ຄຸ້ມຄອງລັດ ເພື່ອແນໃສ່ສ້າງການຫັນປ່ຽນໃໝ່

ວັນທີ 18-22 ກັນຍາ 2023, ຫ້ອງວ່າການສູນກາງພັກ ໄດ້ຈັດຝຶກອົບຮົມຫລັກສູດການບໍລິການ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງພາຍໃນຫ້ອງວ່າການສູນກາງພັກ, ເປັນປະທານຂອງ ສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ.
ເພື່ອແນໃສ່ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງ, ຮອບດ້ານໃຫ້ແກ່ພະນັກງານການນຳຫລັກແຫລ່ງ ພາຍໃນຫ້ອງວ່າການສູນກາງພັກໃຫ້ມີບາດກ້າວໃໝ່ໃນການນຳພາທີ່ເຂັ້ມແຂງ, ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດ, ທັກສະ, ທັດສະນະ, ພາວະຄວາມເປັນຜູ້ນຳໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ; ກອງປະຊຸມຄັ້ງນີ້ ໄດ້ຮັບຟັງເນື້ອໃນການຝຶກອົບກ່ຽວກັບການຄຸ້ມຄອງບໍລິຫານລັດທັງໝົດ 10 ຫົວຂໍ້ເປັນຕົ້ນແມ່ນ: ການບໍລິຫານລັດໃນລະບົບການເມືອງ; ທິດສະດີການນໍາພາ ແລະ ການຄຸ້ມຄອງ; ທິດສະດີການບໍລິການປ່ຽນແປງເພື່ອຄວາມກ້າວໜ້າ; ການຄຸ້ມຄອງ ແລະ ການກວດກາງົບປະມານແຫ່ງລັດ; ການກວດກາ, ການກວດສອບ ແລະ ການຕ້ານສໍ້ລາດບັງຫຼວງ; ບົດຮຽນດ້ານພຶດຕິກໍາຂອງການນໍາພາ ແລະ ການຄຸ້ມຄອງ; ບົດຮຽນດ້ານກພຶດຕິກໍາຕົວຈິງ ຂອງການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ; ການວາງແຜນຍຸດທະສາດ; ການຄຸ້ມຄອງພະນັກງານ-ລັດຖະກອນ ແລະ ການປະເມີນຜົນ ແລະ ພັດທະນາພະນັກງານ-ລັດຖະກອນ.

