ອັດຕະປື ເລີ່ມທົດລອງນໍາໃຊ້ ລະບົບໄຟອໍານາດ ແຕ່ປະຊາຊົນສ່ວນຫລາຍຍັງບໍ່ທັນໄດ້ຮັບຮູ້ທົ່ວເຖິງກ່ຽວກັບການນໍາໃຊ້ລະບົບໄຟອໍານາດ ຫລື ໄຟແດງ

ວັນທີ 14 ກັນຍາ 2023, ທ່ານ ພັນໂທ ທອງຄູນ ສຸວັນນະເພັດ ຫົວໜ້າພະແນກຕໍາຫລວດຈະລາຈອນ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ລາຍງານກ່ຽວກັບການຕິດຕັ້ງ ແລະ ນໍາໃຊ້ລະບົບໄຟອໍານາດ ຫລື ໄຟແດງ ຢູ່ພາຍໃນເທສະບານແຂວງອັດຕະປືວ່າ: ການຕິດຕັ້ງລະບົບໄຟອໍານາດ ຂອງແຂວງອັດຕະປື ກໍຍ້ອນຄະນະນໍາຂອງແຂວງເຫັນໄດ້ຄວາມໝາຍຄວາມສໍາຄັນໃນການນໍາໃຊ້ລະບົບໄຟອໍານາດ ຫລື ໄຟແດງ ເພື່ອຫລຸດຜ່ອນອຸບັດເຫດຕາມທ້ອງຖະໜົນໃຫ້ຫລຸດໜອ້ຍຖອຍລົງ, ພະແນກຕໍາຫລວດຈະລາຈອນແຂວງຈຶ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງລົງເຄື່ອນໄຫວຕິດຕັ້ງລະບົບໄຟອໍານາດຢູ່ເທສະບານແຂວງທັງໝົດມີ 4 ຈຸດຄື: ຈຸດຢູ່ 4 ແຍກນໍ້າປາໆ, ຈຸດ 4 ແຍກສະພາປະຊາຊົນແຂວງ, ຈຸດ 4 ແຍກໂຮງຮຽນ ມສ ຈັນທາ ແລະ 4 ແຍກຮ້ານອາຫານດຶກລອ໋ກເຊິ່ງທັງ 4 ຈຸດນີ້ເປັນຈຸດຫລໍ່ແຫລມທີ່ມີຄວາມສ່ຽງມັກພາໃຫ້ເກີດອຸບັດເຫດ, ມາຮອດປັດຈຸບັນໄດ້ສໍາເລັດການຕິດຕັ້ງຢ່າງເປັນທາງການ ແລະ ຢູ່ໃນໄລຍະທົດລອງການນໍາໃຊ້ຈຶ່ງເຮັດໃຫ້ພໍ່ແມ່ປະຊາຊົນ ສ່ວນຫລາຍຍັງບໍ່ທັນໄດ້ຮັບຮູ້ທົ່ວເຖິງກ່ຽວກັບການນໍາໃຊ້ລະບົບໄຟອໍານາດ ຫລື ໄຟແດງດັ່ງກ່າວ.
ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນມໍ່ໆນີ້ທາງເຈົ້າໜ້າທີຈະລາຈອນຍັງຈະໄດ້ລົງຕິດຕາມແນະນໍາອະທິບາຍກຽ່ວກັບວິທີການນໍາໃຊ້ລະບົບໄຟອໍານາດແຕ່ລະຈຸດ ໃຫ້ພໍ່ແມ່ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນຕື່ມອີກເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈກ່ຽວກັບການນໍາໃຊ້ລະບົບໄຟອໍານາດ ໃຫ້ຖືກຕ້ອງຕາມລະບຽບການ.

