ຫາລືປະເມີນລະບົບ ຈັດຊື້-ຈັດຈ້າງ ໃຫ້ມີປະສິດທິພາບ ແລະ ຜົນໄດ້ຮັບທີ່ດີທີ່ສຸດ

ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ,ຕາງໜ້າຜູ້ອໍານວຍການຫ້ອງການທະນາຄານພັດທະນາອາຊີ ປະຈໍາລາວ ແລະ ເຈົ້າໜ້າທີ່ອາວຸໂສ ປະຈໍາທະນາ ຄານໂລກ ປະຈໍາລາວ ກ່ຽວກັບການຈັດຊື້-ຈັດຈ້າງ ຂອງລັດຖະບານ ສປປ ລາວ ໄດ້ຈັດຂຶ້ນວັນທີ 12 ກັນຍາ 2023 ທີ່ນະຄອນຫລວງວຽງຈັນ,
ເພື່ອປັບປຸງປະສິດທິພາບຂອງລະບົບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ MAPS ແລະ ໃຫ້ຜົນໄດ້ຮັບທີ່ດີທີ່ສຸດໃນການນຳໃຊ້ງົບປະມານແຫ່ງລັດ ແລະ ສະໜອງບໍລິການແກ່ຊຸມຊົນໃນຂະນະດຽວກັນກໍຮັກສາໄວ້ເຊິ່ງມາດຕະຖານສູງ ໂດຍອີງໃສ່ 4 ເສົາຄໍ້າຄື: ຂອບກົດໝາຍ ແລະ ນະໂຍບາຍທີ່ຄຸ້ມຄອງການຈັດຊື້ໃນປະເທດ; ຂອບຂອງສະຖາບັນ ແລະ ຄວາມສາມາດໃນການຄຸ້ມຄອງ; ການທໍາງານຂອງລະບົບ ແລະ ການແຂ່ງຂັນໃນຕະຫລາດແຫ່ງຊາດ ແລະ ຄວາມຮັບຜິດຊອບ, ຄວາມຊື່ສັດ ແລະ ຄວາມໂປ່ງໃສຂອງລະບົບການຈັດຊື້-ຈັດຈ້າງ. ເຊິ່ງແຕ່ລະເສົາຄ້ຳປະເມີນຕາມຕົວຊີ້ວັດ ແລະ ຕົວຊີ້ວັດຍ່ອຍ. ລະບົບຕົວຊີ້ວັດປະກອບມີ 14 ຕົວຊີ້ວັດ ແລະ 55 ຕົວຊີ້ວັດຍ່ອຍ, ເຊິ່ງລວມມີເງື່ອນໄຂສໍາລັບການປຽບທຽບ ລະບົບກັບຫລັກການທີ່ລະບຸໄວ້. ຕົວຊີ້ວັດແມ່ນສະແດງອອກໃນແບບຄຸນນະພາບ ແລະ/ຫຼື ປະລິມານ ຕາມຄວາມເໝາະສົມ.
ທ່ານ ຈາວ ເດີ ອາວເມດາ ຫົວໜ້າທີມປະເມີນ ໄດ້ແນະນໍາກ່ຽວກັບວິທີປະເມີນຜົນລະບົບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໂດຍສະເພາະ ຕົວຊີ້ວັດ 8. ລະບົບການຈັດຊື້ພາກລັດມີຄວາມເຂັ້ມແຂງໃນການພັດທະນາ ແລະ ປັບປຸງ; ຕົວຊີ້ວັດຍ່ອຍ 9 (C) – ການປະຕິບັດການຄຸ້ມຄອງສັນຍາ; ຕົວຊີ້ວັດຍ່ອຍ 11 (A) – ສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ພາກສ່ວນສາທາລະນະໄດ້ມີຄຳເຫັນ ແລະ ຕິດຕາມຕົວຊີ້ວັດນີ້ປະເມີນ; ຕົວຊີ້ວັດຍ່ອຍ 11 (C) – ການມີສ່ວນຮ່ວມໂດຍກົງຂອງສັງຄົມພົນລະເຮືອນ ແລະ ຕົວຊີ້ວັດຍ່ອຍ 14 (E) – ພາກສ່ວນກ່ຽວຂ້ອງສະໜັບສະໜູນຄວາມສັດຊື່ໃນການຈັດຊື້-ຈັດຈ້າງ.
ກອງປະຊຸມຄັ້ງນີ້ມີ ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ທ່ານ ອາເມີ ກາຣີ ຕາງໜ້າຜູ້ອໍານວຍການຫ້ອງການທະນາຄານພັດທະນາອາຊີ ປະຈໍາລາວ ແລະ ທ່ານ ນາງ ວຽງສະໃໝ ສະຣິດທິຣາດ ເຈົ້າໜ້າທີ່ອາວຸໂສ ປະຈໍາທະນາຄານໂລກ ປະຈໍາລາວເປັນປະທານຮ່ວມ.

