ວົງການກິລາລາວອືດອາດສາວໄຍ

ໂດຍ: ກ້ອງສ່ອງ ອິດສະຫລະ
ກ່ອນອື່ນທິດກໍ່າຕ້ອງຂໍໂທດທີ່ຍົກເອົາບັນຫາວົງການກິລາລາວມາເວົ້າຕື່ມອີກ ຈຸດປະສົງກໍເພື່ອແລກປ່ຽນຄຳຄິດຄຳເຫັນນຳກັນວ່າ: ໃນຂັ້ນຕໍ່ໄປນີ້ພວກເຮົາຈະພ້ອມກັນປັບປຸງແກ້ໄຂແນວໃດ ເພື່ອເຮັດໃຫ້ວົງການກິລາບ້ານເຮົາມີຄວາມກ້າວໜ້າລາບລື່ນ ແລະ ພັດທະນາໄປຄືບ້ານເພິ່ນ. ເມື່ອຕັ້ງໂຈດກັນວ່າ: ດ້ວຍເຫດໃດຈຶ່ງຍົກເອົາວົງການກິລາມາເປັນກະທູ້ຂອງບັນຫານີ້ ເຊິ່ງມັນກໍມີຢູ່ສອງປະເດັນຄື: ອັນທີໜຶ່ງເຫັນວ່າໃນເວລາໄປແຂ່ງຂັນນຳໝູ່ຢູ່ຕ່າງປະເທດກໍມີແຕ່ເສຍກັບເສຍ ແລະ ບໍ່ໄດ້ຕາມເປົ້າ. ອັນທີສອງຍ້ອນວ່າເຮົາເຫັນສະພາບບັນຍາກາດໃນປັດຈຸບັນ ວົງການກິລາບ້ານເຮົາເກືອບວ່າທຸກປະເພດມັນຄືມິດງຽບ ແລະ ຂ້ອນຂ້າງຖອຍຫລັງ ທັງອືດອາດສາວຍືດສາວໄຍ. ຖ້າຈະໃຫ້ທິດກໍ່າເວົ້າຄວາມຈິງ ກົກໆຂອງມັນກໍແມ່ນເລີ່ມຕັ້ງແຕ່ຊີເກມຄັ້ງທີ 28 ທີ່ສິງກະໂປ ມາຕໍ່ໃສ່ຊຸດລຸຍຊີເກມຄັ້ງທີ 29 ທີ່ມາເລເຊຍເປັນເຈົ້າພາບ ກໍໄດ້ແຕ່ພຽງ 2 ຫລຽນຄຳ, 3 ຫລຽນເງິນ ແລະ 21 ຫລຽນທອງ. ສ່ວນວ່າຫລຽນຄຳນັ້ນໄດ້ຕັ້ງເປົ້າໄວ້ 5 ຫລຽນ ສຸດທ້າຍກໍໄດ້ພຽງ 2 ຫລຽນເທົ່ານັ້ນ. ເພາະສະນັ້ນຈຶ່ງເວົ້າໄດ້ວ່າ ຜົນທີ່ອອກມາແມ່ນບໍ່ໄດ້ຕາມຄາດໝາຍ. ສ່ວນວ່າໃນລາຍການອື່ນໆຜ່ານມາ ຄືບານເຕະ U18, U16 ກໍເປັນອັນວ່າບໍ່ສົມມາດແມ້ງເໝືອນກັນ. ນອກຈາກກິລາປະເພດບານເຕະທີ່ໄດ້ຍົກມານີ້, ກິລາປະເພດອື່ນໆກໍມີລັກສະນະອ່ອນເພຍເປ້ຍລ່ອຍຄ້າຍຄືກັນ. ສາເຫດຂອງມັນກໍອາດເນື່ອງມາຈາກຫລາຍປັດໄຈ, ແຕ່ເວົ້າແຈ້ງອອກມາກໍແມ່ນນັກກິລາບ້ານເຮົາຍັງບໍ່ທັນເກັ່ງ ແລະ ພັດທະນາຢ່າງກ້າວໄກໄດ້ ຖ້າທຽບໃສ່ບ້ານເພິ່ນ. ອັນທີສອງກໍແມ່ນເລື່ອງເສດຖະກິດທີ່ເປັນໄມ້ງັດກໍມີອັນຈຳກັດ. ນອກນັ້ນ ໃນດ້ານເງື່ອນໄຂ ແລະ ສະພາບແວດລ້ອມຕ່າງໆກໍຍັງມີບາງອັນບໍ່ທັນເອື້ອອຳນວຍ, ແຕ່ສິ່ງທີ່ຕັດສິນນັ້ນກໍຍັງແມ່ນເລື່ອງຄົນ. ຕາມທິດກໍ່າຄິດ ເຖິງແມ່ນຈະມີເງິນ, ມີຄຳ ແລະ ມີຄວາມພ້ອມທຸກຢ່າງ, ແຕ່ຄົນເຮົາບໍ່ພາກັນ “ເຍີກ” ກໍບໍ່ຕ່າງຫຍັງກັບຖອກນ້ຳໃສ່ຫົວເປັດ ແລະ ອີກສິ່ງໜຶ່ງທີ່ທິດກໍ່າເປັນຫ່ວງທີ່ສຸດໃນວົງການກິລາບ້ານເຮົາໃນປັດຈຸບັນແມ່ນມີການພົວພັນກັບສິ່ງມືນເມົາ ເປັນຕົ້ນແມ່ນເຫລົ້າ, ເບຍເກືອບວ່າກາຍເປັນປະເພນີ ຍ້ອນວ່າໃນການແຂ່ງຂັນ ບໍ່ວ່າກໍລະນີໃດກໍຕາມ ກໍລົງພະນັນກັນດ້ວຍເຫລົ້າ-ເບຍ ເມື່ອແຂ່ງຂັນຈົບແລ້ວກໍພາກັນມາຍົກຈອກ ເພື່ອສ້າງສັນມ່ວນຊື່ນໂຮແຊວ ທັງຜູ້ໄດ້ ແລະ ຜູ້ເສຍ. ເທົ່າທີ່ເຄີຍເຫັນຜ່ານມາ ແມ່ນກິລາເປຕັງໜັກກວ່າໝູ່. ຈາກສາເຫດທີ່ໄດ້ຍົກມາຂ້າງເທິງນີ້ ມັນເຮັດໃຫ້ນັກກິລາເຮົາຂາດສະມັດຖະພາບທາງດ້ານພາລະກຳລັງ ແລະ ສົມທົບກັບສະພາບແວດລ້ອມ. ເມື່ອເປັນດັ່ງວ່ານີ້, ທິດກໍ່າໃນຖານະເປັນຄົນລາວ ທັງເປັນນັກຊົມນັກເຊຍ ແລະ ເປັນກະບອກສຽງເພື່ອຈະໄດ້ໂຄສະນາບັນດາຜົນງານການເຄື່ອນໄຫວຂອງວົງການກິລາກໍຢາກມີສ່ວນຮ່ວມໃນການວິເຄາະເຈາະເລິກເພື່ອຈະໄດ້ເຫັນທິດທາງພັດທະນາກ້າວເດີນໄປຂ້າງໜ້າ.

