ມີຮ້ານບັນເທີງ 45 ຮ້ານ ທີ່ພະແນກ ຖວທ ນະຄອນຫລວງວຽງຈັນ ຄຸ້ມຄອງ ແລະ ອະນຸຍາດ

ວັນທີ 14 ກັນຍາ 2023, ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຈັດກອງປະຊຸມປຶກສາຫາລື ຄົ້ນຄວ້າສ້າງເຂດລວມສູນການບັນເທີງໃນນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະ ແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງອ້ອມຂ້າງພະແນກ.
ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືວິທີການຄົ້ນຄວ້າປະຕິບັດ ກົນໄກປະສານງານ ແຜນງານປະຕິບັດວຽກງານຕົວຈິງ ແລະ ການແບ່ງຄວາມຮັບຜິດຊອບໃນແຕ່ລະວຽກງານຂອງແຕ່ລະຂະແໜງການທີ່ກ່ຽວຂ້ອງ ເພື່ອໃຫ້ສາມາດດໍາເນີນການເຄື່ອນໄຫວ ແລະ ນຳໃຊ້ເຂດສູນລວມການບັນເທີງໄດ້ຢ່າງວ່ອງໄວ ແລະ ທັນສະພາບ.
ປັດຈຸບັນ ທົ່ວນະຄອນຫຼວງວຽງຈັນ ມີ ໄນຄລັບ 1 ຮ້ານ, ດິສໂກ້ເທັກ 18 ຮ້ານ, ຄາຣາໂອເກະ 26 ຮ້ານ ທີ່ຢູ່ໃນການຄຸ້ມຄອງອອກອະນຸຍາດຂອງພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ, ມີ ໄນຄລັບ ແລະ ມີດິສໂກ້ເທັກ, ຮ້ານອາຫານ ແລະ ຮ້ານຄາຣາໂອເກະ ແນວລະ 1 ຮ້ານ ທີ່ຂຶ້ນກັບການຄຸ້ມຄອງ ແລະ ອອກອະນຸຍາດຂັ້ນກະຊວງ; ທຸລະກິດການບັນເທີງ ແມ່ນນອນຢູ່ໃນບັນຊີຄວບຄຸມ, ເປັນທຸລະກິດອ່ອນໄຫວສ່ຽງຕໍ່ການເກີດປາກົດການຫຍໍ້ທໍ້ໃນສັງຄົມ ຈຶ່ງຈຳເປັນຕ້ອງໄດ້ຜ່ານການພິຈາລະນາຈາກຄະນະຄຸ້ມຄອງການລົງທຶນໃນເມື່ອກ່ອນ.
ນີ້ແມ່ນປະຕິບັດຕາມມະຕິຂອງກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນຄັ້ງທີ 24 ເມື່ອວັນທີ 30 ພຶດສະພາ 2023, ກ່ຽວກັບຄົ້ນຄວ້າການສະເໜີຂໍລົງທຶນສ້າງເຂດສູນລວມການບັນເທີງ ນວ ຂອງກຸ່ມບໍລິສັດ ດວງຈະເລີນພັດທະນາກໍ່ສ້າງຈຳກັດຜູ້ດຽວ.

