ຈັບແມ່ຄົວຫົວໃສ ຂາຍຢາບ້າໃຫ້ກຳມະກອນກໍ່ສ້າງເຂື່ອນໄຟຟ້າ

ວັນທີ 11 ກັນຍາ 2023 ເຈົ້າໜ້າທີ່ ປກສ ແຂວງຫົວພັນ ສົມທົບກັບພາກສ່ວນກ່ຽວຂ້ອງຂອງບໍລິສັດກໍ່ສ້າງເຂື່ອນໄຟຟ້າ ນ້ຳຊໍາ 1A ບ້ານ ສົບແປນ ເມືອງຊຳໃຕ້ ແຂວງຫົວພັນ ເຂົ້າກວດຄົ້ນບ່ອນພັກເຊົາ ຂອງນາງ ນົງທິຕຽດ ອາຍຸ 52 ປີ ສັນຊາດຫວຽດນາມ, ເປັນແມ່ຄົວ ປະຈຳຢູ່ໂຄງການກໍ່ສ້າງດັ່ງກ່າວ, ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ພົບເຫັນຂອງກາງ ເປັນຢາເສບຕິດ ປະເພດ ຢາບ້າ 77 ເມັດ ທີ່ຊຸກເຊືື່ອງໄວ້ ຢູ່ໃນຖົງເສື້ອ ທີ່ຫ້ອຍໄວ້ຢູ່ຝາຫ້ອງນອນຂອງຜູ້ກ່ຽວ. ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວພ້ອມຂອງກາງມາດໍາເນີນຄະດີ.

ຜ່ານການສອບສວນນາງ ນົງ ທິ ຕຽດ ໄດ້ຮັບສາລະພາບວ່າ: ຢາເສບຕິດທີ່ເຈົ້າໜ້າທີ່ກວດພົບແມ່ນຂອງຕົນເອງແທ້ ເຊິ່ງໄດ້ຊື້ນຳບຸກຄົນບໍ່ຮູ້ຊື່ມາໄວ້ເພື່ອຈໍາໜ່າຍໃຫ້ກຳມະກອນທີ່ເຮັດວຽກຢູ່ໂຄງການດັ່ງກ່າວ. ສ່ວນຜູ້ທີ່ເສບ ທາງເຈົ້າໜ້າທີ່ ແລະ ບໍລິສັດ ໄດ້ນຳໄປສຶກສາອົບຮົມ, ຕິດຕາມຕໍ່ໄປ.