ທ່ານ ກິມຈອງອຸນ ເດີນທາງເຖິງຣັດເຊຍແລ້ວ ອາເມລິກາເຕືອນຢ່າຄ້າຂາຍອາວຸດໃຫ້້ທ່ານ ປູຕິນ

ສໍານັກຂ່າວ Reuters ລາຍງານວ່າ: ທ່ານ ກິມຈອງອຸນ ຜູ້ນໍາສູງສຸດຂອງ ສປປ ເກົາຫລີ ໄດ້ເດີນທາງເຖິງຣັດເຊຍແລ້ວໃນເຊົ້າວັນທີ 12 ກັນຍາ ເພື່ອກຽມເຂົ້າຫາລືກັບປະທານາທິບໍດີ ວະລາດິເມຍ ປູຕິນ. ຂະນະທີ່ອາເມລິກາອອກມາເຕືອນວ່າ: ທັງສອງປະເທດບໍ່ຄວນເຮັດຂໍ້ຕົກລົງຄ້າຂາຍອາວຸດເຊິ່ງກັນ ແລະ ກັນ.
ສໍານັກຂ່າວ KCNA ຂອງ ສປປ ເກົາຫລີ ລາຍງານວ່າ: ທ່ານ ກິມຈອງອຸນ ຂຶ້ນລົດໄຟສ່ວນຕົວເດີນທາງອອກຈາກນະຄອນຫລວງພຽງຢາງນັບແຕ່ບ່າຍວັນທີ 10 ກັນຍາຜ່ານມາ ໂດຍມີເຈົ້າໜ້າທີ່ຈາກອຸດສາຫະກໍາອາວຸດຂອງປະເທດ ລວມທັງນາຍທະຫານລະດັບສູງ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດຕິດຕາມໄປນໍາ.
ໂດຍໃນຕອນເຊົ້າວັນທີ 12 ກັນຍານີ້, ສໍານັກຂ່າວ Kyodo ລາຍງານໂດຍອ້າງແຫລ່ງຂ່າວຈາກເຈົ້າໜ້າທີ່ຣັດເຊຍວ່າ: ລົດໄຟທີ່ທ່ານ ກິມຈອງອຸນ ໂດຍສານຢູ່ນັ້ນໄດ້ເດີນທາງເຖິງສະຖານີກາຊານ (Khasan) ແລ້ວ. ຂະນະທີ່ທ່ານ ດິມິທຣີ ເປສຄອບ ໂຄສົກທໍານຽບເກຣມລິນ ກ່າວວ່າ: “ນີ້ຄືການເດີນທາງຢ້ຽມຢາມຢ່າງເຕັມຮູບແບບ ໂດຍຈະມີການເຈລະຈາລະຫວ່າງຄະນະຜູ້ແທນຂອງສອງປະເທດ ແລະ ຈາກນັ້ນຖ້າຈໍາເປັນ ຜູ້ນໍາທັງສອງອາດຫາລືກັນແບບສອງຕໍ່ສອງ”.
ທັງນີ້, ທ່ານ ປູຕິນ ມີກໍານົດເດີນທາງເຖິງເມືອງວະລາດິວສະຕອກໃນວັນທີ 12 ກັນຍານີ້ ໂດຍທ່ານມີກໍານົດເຂົ້າຮ່ວມກອງປະຊຸມ Eastern Economic Forum ເຊິ່ງຈະດໍາເນີນຕໍ່ເນື່ອງໄປຮອດວັນທີ 13 ກັນຍາ. ຂະນະທີ່ຫລາຍຝ່າຍຄາດຄະເນວ່າ: ທ່ານ ປູຕິນ ຈະພົບປະຫາລືກັບນໍາທ່ານ ກິມຈອງອຸນ ນອກຮອບກອງປະຊຸມດັ່ງກ່າວ, ແຕ່ປັດຈຸບັນຍັງບໍ່ມີການຢືນຢັນສະຖານທີ່ນັດໝາຍ ຫລື ຢືນຢັນວ່າທ່ານ ກິມຈອງອຸນ ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວນຳ ຫລື ບໍ່.
ສ່ວນອາເມລິກາໄດ້ອອກມາເຕືອນບໍ່ໃຫ້ ສປປ ເກົາຫລີ ຄ້າຂາຍອາວຸດໃຫ້ຣັດເຊຍ ຫລັງຈາກມີກະແສຄາດຄະເນວ່າ: ທ່ານ ກິມຈອງອຸນ ຈະຫາລືກັບທ່ານ ປູຕິນ ກ່ຽວກັບການຈັດຫາອາວຸດໃຫ້ຣັດເຊຍ ເພື່ອໃຊ້ໃນສົງຄາມຢູເຄຣນ ແລະ ຄວາມເປັນໄປໄດ້ໃນການຮັດແໜ້ນການຮ່ວມມືທາງທະຫານອື່ນໆ.
ນອກຈາກນີ້, ກະຊວງການຕ່າງປະເທດອາເມລິກາ ຍັງລະບຸວ່າ: ຖ້າ ສປປ ເກົາຫລີ ຈັດສົ່ງອາວຸດໄປໃຫ້ຣັດເຊຍ ຈະເປັນການລະເມີດມະຕິຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດຫລາຍຂໍ້ ເຊິ່ງລະບຸໄວ້ວ່າ: ຫ້າມມີການເຮັດທຸລະກຳດ້ານອາວຸດກັບ ສປປ ເກົາຫລີ.
ອ້າງອີງ:

