ສປປ ເກົາຫລີ ເປີດຕົວເຮືອດໍານໍ້າໂຈມຕີທາງນິວເຄຼຍທາງຍຸດທະວິທີລໍາໃໝ່

ສໍານັກຂ່າວ KCNA ລາຍງານວ່າ: ສປປ ເກົາຫລີ ເປີດຕົວເຮືອດໍານໍ້າໂຈມຕີທາງນິວເຄຼຍທາງຍຸດທະວິທີລໍາໃໝ່ ແລະ ມີການມອບໝາຍໃຫ້ເຮືອດໍານໍ້າລໍານີ້ເຂົ້າສູ່ກອງເຮືອລາດຕະເວນນ່ານນໍ້າລະຫວ່າງແຫລມເກົາຫລີ ແລະ ຍີ່ປຸ່ນ.
ທ່ານ ກິມຈອງອຸນ ຜູ້ນໍາສູງສຸດຂອງ ສປປ ເກົາຫລີ ເຊິ່ງໄດ້ເດີນທາງໄປຮ່ວມພິທີເປີດຕົວເຮືອດໍານໍ້າໃນວັນທີ 6 ກັນຍາ ກ່າວວ່າ: ການຕິດອາວຸດນິວເຄຼຍໃຫ້ກັບກອງທັບເຮືອນັ້ນຖືເປັນພາລະກິດຮີບດ່ວນ ແລະ ໃຫ້ຄໍາໝັ້ນຈະເພີ່ມເຮືອຕິດຕັ້ງອາວຸດນິວເຄຼຍທາງຍຸດທະວິທີເຂົ້າສູ່ກອງທັບເຮືອເພີ່ມຂຶ້ນ.
ເຮືອດໍານໍ້າໝາຍເລກ 841 ມີຊື່ວ່າ: Hero Kim Kun Ok ເຊິ່ງຕັ້ງຊື່ຕາມບຸກຄົນທາງປະຫວັດສາດຂອງ ສປປ ເກົາຫລີ ໂດຍໃນອະນາຄົດ ສປປ ເກົາຫລີ ມີແຜນຈະປັບປຸງກອງເຮືອດໍານໍ້າທີ່ມີຢູ່ໃຫ້ກາຍເປັນເຮືອດໍານໍ້າໂຈມຕີຕິດອາວຸດ ພ້ອມເລັ່ງຊຸກຍູ້ການສ້າງເຮືອດໍານໍ້າທີ່ໃຊ້ພະລັງງານນິວເຄຼຍ.
ເຖິງຢ່າງໃດກໍຕາມ, ຕອນນີ້ຍັງບໍ່ແນ່ນອນວ່າເຮືອດໍານໍ້າລໍາໃໝ່ນີ້ຈະຕິດຕັ້ງມິສໄຊປະເພດໃດ ໂດຍ ສປປ ເກົາຫລີ ມີປະຫວັດເຄີຍທົດສອບລູກສອນໄຟຕິດເຮືອດໍານໍ້າ (SLBM) ມາແລ້ວຫລາຍເທື່ອ ລວມທັງລູກສອນໄຟທີ່ຍິງຈາກເຮືອດໍານໍ້າ.
ອ້າງອີງ:

