ກຸ່ມ BRICS ເລັ່ງວາງແຜນຮັບສະມາຊິກເພີ່ມ ເພື່ອຄວາມເຂັ້ມແຂງທາງດ້ານເສດຖະກິດ

ປະເທດຕ່າງໆໃນກຸ່ມ BRICS (ກຸ່ມປະເທດກຳລັງພັດທະນາທີ່ມີການພັດທະນາ ແລະ ການເຕີບໂຕທາງເສດຖະກິດຢ່າງໄວວາ) ສະໜັບສະໜູນຄຳແນະນຳຂອງຈີນວ່າ ທາງກຸ່ມ ຄວນຂະຫຍາຍຂອບເຂດຮັບສະມາຊິກເພີ່ມເຕີມ ແຕ່ຍັງບໍ່ໄດ້ບອກວ່າ ປະເທດໃດຈະສະໝັກເຂົ້າເປັນສະມາຊິກ.

ໃນການຖະແຫລ່ງຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດກຸ່ມ BRICS ປະກອບມີ: ບຣາຊິວ , ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້ ໃນວັນທີ 19 ພຶດສະພາ 2023, ເຊິ່ງເປັນການສະໜັບສະໜູນການຂະຫຍາຍຂອບເຂດສະມາຊິກເປັນຄັ້ງທຳອິດໃນຮອບທົດສະວັດ. ເຖິງຈະບໍ່ມີການປະກາດຊື່ປະເທດຜູ້ສະໝັກ, ແຕ່ກ່ອນໜ້ານີ້ ປະທານາທິບໍດີ ອັລແບໂຕ ເຟີນານເດດ ແຫ່ງອາກຊັງຕິນ ກ່າວວ່າ ຕ້ອງການເຂົ້າຮ່ວມກຸ່ມ BRICS, ທາງດ້ານນັກວິເຄາະເບິ່ງວ່າ ອິນໂດເນເຊຍ ກໍອາດເປັນປະເທດໜຶ່ງທີ່ຕ້ອງການສະໝັກເຂົ້າຮ່ວມເຊັ່ນກັນ

ປະເທດ ອາເຈນຕີນາ ເປັນໜຶ່ງໃນ 9 ປະເທດ ທີ່ກຳລັງພັດທະນາ ແລະ ເສດຖະກິດເກີດໃໝ່ ທີ່ໄດ້ເຂົ້າຮ່ວມປະຊຸມແຍກກັບກຸ່ມປະເທດ BRICS. ທ່ານ ຊາປີໂນ ວາຄາ ນາວາຈາ ເອກອັກຄະລັດຖະທູດ ອາເຈນຕີນາ ປະຈຳຈີນ ກ່າວວ່າ: ການໄດ້ຮັບເຊີນໃຫ້ເຂົ້າຮ່ວມນັ້ນມີຄວາມສຳຄັນ ແລະ ເປັນສ່ວນປະກອບຂອງບາດກ້າວໜຶ່ງໃນການເຂົ້າຮ່ວມກຸ່ມຢ່າງເປັນທາງການ.

ສ່ວນປະເທດ ອາຣາບີ ຊາອຸດີດ, ອີຢິບ, ອິນໂດເນເຊຍ, ນີຊີຣີ, ເຊເນການ, ສະຫະລັດອາຫລັບເອມິເຣດ ແລະ ໄທ ກໍຄວນເຂົ້າຮ່ວມນຳ ທ່ານ ຈຽງຊີ ຜູ້ອຳນວຍການສູນສຶກສາມະຫາວິທະຍາໄລຊຽງໄຮ່ ກ່າວວ່າ: ບັນດານັກສັງເກດການຫລາຍຄົນກ່າວວ່າ ໃນອານາຄົດ ກຸ່ມປະເທດ BRICS ມີທ່າອ່ຽງການຂະຫຍາຍຕົວຂື້ນເລື້ອຍໆ.

ປະເທດ ບຣາຊິວ, ຣັດເຊຍ, ອິນເດຍ ແລະ ຈີນ ເປັນຜູ້ລິເລີ່ມກໍ່ຕັ້ງກຸ່ມນີ້ຂຶ້ນໃນປີ 2009 ກ່ອນທີ່ ອາຟຣິກາ ຈະເຂົ້າຮ່ວມໃນປີ 2010.

#ຂ່າວຕ່າງປະເທດລາວພັດທະນາ #BRICS #ເລັ່ງວາງແຜນຮັບສະມາຊິກເພີ່ມ