ລາວ-ອັງກິດ ສືບຕໍ່ຮັດແໜ້ນຮ່ວມມືດ້ານການຄ້າ-ການລົງທຶນ ແລະ ໂຄງການຊ່ວຍເຫລືອ

ວັນທີ 4 ກັນຍາ 2023, ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍ ກັບ ທ່ານ ນາງ ແອນ ມາຣີ ແທລແວຣຽນ (Anne Marie Travelyan) ຮອງລັດຖະມົນຕີ (ຜູ້ຊີ້ນໍາຂົງເຂດອິນໂດ-ປາຊີຟິກ) ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 2-5 ກັນຍາ 2023.
ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜ ທີ່ສືບຕໍ່ການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນືອ ຕະຫລອດໄລຍະຜ່ານມາ. ພ້ອມທັງປຶກສາຫາລືການຮ່ວມມືທາງດ້ານຕ່າງໆ ເປັນຕົ້ນ: ການເມືອງ, ການຄ້າ-ການລົງທຶນ ແລະ ບັນດາໂຄງການຊ່ວຍເຫລືອຂອງອັງກິດຢູ່ລາວ ເຊັ່ນ: ໂຄງການເກັບກູ້ລະເບີດບໍ່ທັນແຕກ, ໂຄງການຮ່ວມມືພູມສັນຖານຕາມພູມິທັດ (Biodiverse Landscape Fund-BLF), ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ (Lone Buffalo), ໂຄງການຮ່ວມມືຂະແໜງສາທາລະນະສຸກ (Fleming Fund) ແລະ ອື່ນໆ. ນອກນັ້ນ, ຍັງໄດ້ແລກປ່ຽນຄຳຄິດເຫັນນໍາກັນ ໃນຂອບການຮ່ວມມືອາຊຽນ-ອັງກິດ, ການເປັນປະທານອາຊຽນຂອງລາວ ໃນປີ 2024 ແລະ ບາງສະພາບການພົ້ນເດັ່ນ ທີ່ສອງຝ່າຍມີຄວາມສົນໃຈ.

