ເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນ ຫາ ບ້ານທົ່ງຮັກ ຫາ 3 ແຍກພູຄຳ ແຂວງໄຊສົມບູນ ສຳເລັດແລ້ວ 73,6%

ທ່ານ ໄຊສົມພັນ ລີເຕັງເບຼຍຈື່, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ພ້ອມດ້ວຍຄະນະ, ລົງຕິດຕາມ-ກວດກາໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນ ຫາ ບ້ານທົ່ງຮັກ ຫາ 3 ແຍກພູຄຳ ເມືອງອະນຸວົງ ໃນວັນທີ 31 ສິງຫາ 2023. ເພື່ອຕິດຕາມກວດກາໜ້າວຽກພາຍໃນໂຄງການ ແລະ ຊຸກຍູ້ບໍລິສັດໃຫ້ຮີບຮ້ອນຈັດຕັ້ງປະຕິບັດວຽກງານໃຫ້ທ່ວງທັນຕາມເວລາທີ່ກຳນົດໄວ້.

ໂຄງການກໍ່ສ້າງເສັ້ນ ແຕ່ບ້ານທົ່ງຄູນ ຫາ ບ້ານທົ່ງຮັກ ຫາ 3 ແຍກພູຄຳ ແມ່ນໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ໃນໄລຍະທາງ 18 ກິໂລແມັດ, ໃນນັ້ນສຳເລັດການປູຢາງ 2 ຊັ້ນ 10 ກິໂລແມັດ, ປູຢາງ 1 ຊັ້ນ 4 ກິໂລແມັດແລະ ຍັງຢູ່ໃນໄລຍະດຳເນີນການກໍ່ສ້າງເກືອບຈະສຳເລັດແລ້ວ. ປັດຈຸບັນສາມາດຈັດຕັ້ງປະຕິບັດໄດ້ 73,6% ໃນມູນຄ່າການລົງທຶນຕາມສັນຍາ 78 ກວ່າຕື້ກີບ. ພາຍຫລັງໝົດລະດູຝົນແລ້ວໃນເດືອນຕຸລາທີ່ຈະມາເຖິງນີ້ ຈະໄດ້ຈັດຕັ້ງປະຕິບັດວຽກທີ່ຍັງຄ້າງຄາໃຫ້ສຳເລັດພາຍໃນທ້າຍປີ 2023. ຫລັງການກໍ່ສ້າງທາງເສັ້ນນີ້ສຳເລັດຈະເຮັດໃຫ້ການສັນຈອນໄປມາມີຄວາມສະດວກຍິ່ງຂຶ້ນ ແລະ ຮັບປະກັນຄວາມປອດໄພໃນການຄົມມະນາຄົມຂົນສົ່ງ ເນື່ອງຈາກເສັ້ນທາງເກົ່າ ຄັບແຄບ ແລະ ເປ່ເພຍ້ອນຜ່ານການໃຊ້ງານມາດົນແລ້ວ. ສະນັ້ນ, ທາງເສັ້ນນີ້ ຈະເປັນອີກທາງເລືອກໜຶ່ງໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນ ກໍຄືປະຊາຊົນຊາວ ແຂວງໄຊສົມບູນ ໄດ້ນຳໃຊ້ເຂົ້າໃນການເດີນທາງທີ່ມີໄລຍະທາງສັ້ນກວ່າ ແລະ ໃຊ້ເວລາສັນຈອນໜ້ອຍກວ່າເຂົ້າສູ່ແຂວງໄຊສົມບູນ ເພື່ອເຮັດໃຫ້ການເດີນທາງມີຄວາມສະດວກວ່ອງໄວຂຶ້ນ.