ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ສະເໜີ 3 ມາດຕະການ ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

ທ່ານ ກິແກ້ວ ຈັນທະບູຣີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ສໍາພາດຕໍ່ສື່ມວນຊົນລາວກ່ຽວກັບສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຢູ່ ສປປ ລາວ ແລະ ທິດທາງການແກ້ໄຂໃນຕໍ່ໜ້າ ວ່າ: ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຢູ່ປະເທດລາວເຮົາ. ນອກຈາກລັດຖະບານໄດ້ວາງອອກຢ່າງລະອຽດໃນແຕ່ລະໄລຍະນັ້ນ, ກໍໄດ້ສະເໜີ 3 ມາດຕະການໄລຍະສັ້ນ ແລະ ໄລຍະກາງ-ໄລຍະຍາວ ຄື:
– ໄລຍະສັ້ນ: ຕ້ອງສຸມໃສ່ເຮັດໃຫ້ເສດຖະກິດມະຫາພາກມີສະຖຽນລະພາບ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ. ຖ້າຫາກເສດຖະກິດມະຫາພາກບໍ່ມີສະຖຽນລະພາບຈະສົ່ງຜົນກະທົບໂດຍກົງຕໍ່ການດໍາເນີນທຸລະກິດ, ການຄ້າ, ການລົງທຶນ ແລະ ການດໍາລົງຊີວິດຂອງປະຊາຊົນ; ຕໍ່ກັບບັນຫາໜີ້ສິນສາທາລະນະ ແມ່ນເຫັນດີເປັນເອກະພາບກັບບັນດາມາດຕະການທີ່ລັດຖະບານພວມສຸມໃສ່ເປັນຕົ້ນແມ່ນການຊອກແຫລ່ງລາຍຮັບທີ່ເປັນເງິນຕາຕ່າງປະເທດໃຫ້ຫລາຍຂຶ້ນ; ເພີ່ມທະວີຄວາມເອົາໃຈໃສ່ໃນການປັບໂຄງສ້າງເສດຖະກິດຈາກການເພິ່ງພາການນໍາເຂົ້າມາສຸມໃສ່ການຜະລິດພາຍໃນ ເພື່ອໃຫ້ກຸ້ມການບໍລິໂພກພາຍໃນ ແລະ ທົດແທນການນໍາເຂົ້າ; ເພີ່ມຄວາມເອົາໃຈໃສ່ຕໍ່ບັນຫາແຮງງານ ແລະ ການພັດທະນາຊັບພະຍາກອນມະນຸດ ເນື່ອງຈາກປະເທດເຮົາມີທ່າ ແຮງດ້ານປະຊາກອນໜຸ່ມ ຊຶ່ງປະຊາກອນໃນໄວອອກແຮງ ງານຂອງລາວທີ່ມີສັດສ່ວນຫຼາຍກວ່າໝູ່ໃນໄລຍະ 3 ທົດ ສະວັດຕໍ່ໜ້າ ໂດຍສະເພາະຮອດຕົ້ນຊຸມປີ 2050; ຕ້ອງຊຸກຍູ້ສົ່ງເສີມທົ່ວສັງຄົມຢ່າງຈິງຈັງ ແລະ ດໍາເນີນເປັນຂັ້ນຕອນໃນການຫັນຈາກສັງຄົມຊົມໃຊ້ໄປສູ່ສັງຄົມຜະລິດໃຫ້ຫລາຍຂຶ້ນ. ໃນໄລຍະທີ່ເສດຖະກິດ-ການເງິນມີຄວາມຫຍຸ້ງຍາກນີ້ ຕ້ອງເອົາໃຈໃສ່ປະຕິບັດມາດຕະການປະຢັດຕ້ານການຟູມເຟືອຍ, ຫລຸດຜ່ອນ ແລະ ຈໍາກັດການຊົມໃຊ້ທີ່ບໍ່ໍ່ຈໍາເປັນ.
– ໄລຍະກາງ-ໄລຍະຍາວ: ຕ້ອງຫັນໄປສູ່ການສ້າງຄວາມເຂັ້ມແຂງທາງດ້ານເງິນຕາ, ຄົ້ນຄວ້າມາດຕະການ ແລະ ວິທີການໃນການຄໍ້າປະກັນຄ່າຂອງເງິນກີບໃນອະນາຄົດດ້ວຍຮູບການເອົາຄໍາ ແລະ ວັດຖຸມີຄ່າ, ຫັນໄປສູ່ການສ້າງຄວາມຫລາກຫລາຍຂອງຄັງສໍາຮອງເງິນຕາຕ່າງປະເທດ; ອາດຈະພິຈາລະນາສ້າງຕັ້ງຄະນະສະເພາະກິດ ຫລື ສູນບັນຊາການແກ້ໄຂບັນຫາເລັ່ງດ່ວນ ແລະ ຄຸ້ມຄອງເສດຖະກິດມະຫາພາກທີ່ມີປະສິດທິພາບເຂັ້ມແຂງ ສາມາດປະຕິບັດໜ້າທີ່ໄດ້ຢ່າງທັນການ ແລະ ເປັນປະຈໍາ; ປະຕິຮູບລະບົບການບໍລິຫານລັດໃຫ້ມີປະສິດທິພາບ ແລະ ສອດຄ່ອງກັບສະພາບການໃໝ່ໃນຍຸກດິຈິຕອນ, ຫັນໄປສູ່ລະບຽບກົດໝາຍຫລາຍຂຶ້ນ ເພື່ອປ້ອງກັນ ແລະ ແກ້ໄຂລະບົບທີ່ພາໃຫ້ມີປະກົດການຫຍໍ້ທໍ້ຕ່າງໆ ລວມທັງການສໍ້ລາດບັງຫລວງ; ສ້າງ ແລະ ປະຕິບັດໂຄງການປະຢັດຂອງລັດຖະບານ ແລະ ສັງຄົມທົ່ວປະເທດທີ່ມີປະສິດທິພາບປະຢັດຊັບພະຍາກອນ, ວັດຖຸ, ທຶນຮອນ, ງົບປະມານ ກ້າວໄປສູ່ສັງຄົມຜະລິດທຸລະກິດທີ່ສ້າງລາຍໄດ້ ພັດທະນາຍືນຍົງ ແລະ ສີຂຽວຢ່າງແທ້ຈິງ; ສ້າງໂຄງການພັດທະນາເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນທີ່ມີທ່າແຮງຢູ່ ເປັນຕົ້ນແມ່ນທາງລົດໄຟ ແລະ ລະບົບໂລຈິສຕິກໃຫ້ເປັນຮູບປະທໍາຢ່າງແທ້ຈິງ, ໂຄງການຜະລິດສິນຄ້າຍຸດທະສາດປາຍແຫລມຂອງປະເທດໃນໄລຍະຍາວ; ເພີ່ມຄວາມເອົາໃຈໃສ່ຕໍ່ວຽກງານການຄົ້ນຄວ້າ, ວິເຄາະວິໄຈລະອຽດຖີ່ຖ້ວນຕໍ່ບັນຫາຕ່າງໆ ລວມທັງບັນດານະໂຍບາຍ ແລະ ມາດຕະການກ່ອນທີ່ຈະຈັດຕັ້ງປະຕິບັດຕົວຈິງ.

