ຫາລື ສຶກສາຄວາມເປັນໄປໄດ້ໃນການດຶງນັກລົງທຶນຈີນ ເຂົ້າມາລົງທຶນຢູ່ລາວ

ວັນທີ 28 ສິງຫາ 2023, ທ່ານ ໂຫ ຈີ ຫລິງ ປີເຕີ ທີ່ປຶກສາ ສະພາການຄ້າເມືອງຊານໂທ ແຂວງກວາງຕຸ້ງ ສປ ຈີນ ພ້ອມດ້ວຍກຸ່ມນັກທຸລະກິດ ເຂົ້າມາຫາລືແລກປ່ຽນຄຳຄິດເຫັນ ຮ່ວມກັບທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ສປປ ລາວ ພ້ອມດ້ວຍຄະນະ. ເພື່ອສຶກສາຄວາມເປັນໄປໄດ້ໃນການຈະມາລົງທຶນຢູ່ ສປປ ລາວ ໂດຍສະເພາະແມ່ນການລົງທຶນ ກ່ຽວກັບຮ້ານຄ້າປອດພາສີ ແລະ ການຄ້າຂາອອກ-ຂາເຂົ້າ. ເຊິ່ງກຸ່ມນັກທຸລະ ກິດຂອງສະພາການຄ້າເມືອງຊານໂທ ແຂວງກວາງຕຸ້ງ ສປ ຈີນ ເປັນກຸ່ມນັກທຸລະກິດເອກະຊົນທີ່ໃຫຍ່ໃນພາກໃຕ້, ມີນັກທຸລະກິດເປັນເຄືອຄ່າຍໃຫຍ່ລະດັບຕົ້ນໆຂອງຈີນ ດຳເນີນທຸລະກິດໃນຫລາຍຂົງເຂດ ທັງພາຍໃນ ແລະ ຕ່າງປະເທດ.
ທ່ານ ພູທະນູເພັດ ໄຊສົມບັດ ໄດ້ກ່າວສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ການເຮັດວຽກຂອງຄະນະຜູ້ແທນດັ່ງກ່າວ, ໂດຍສະເພາະການສຶກສາຄວາມເປັນໄປໄດ້ຂອງຄະນະ ກໍຄືກຸ່ມບໍລິສັດໃຫຍ່ຈາກ ສປ ຈີນ ທີ່ມີຄວາມສົນໃຈມາລົງທຶນຢູ່ ສປປ ລາວ. ທາງການ ສປປ ລາວ ພ້ອມທີ່ຈະອຳນວຍຄວາມສະດວກໃຫ້ຄວາມຮ່ວມມື ເພື່ອໃຫ້ສາມາດບັນລຸໄດ້ຕາມລະດັບຄາດໝາຍຂອງທາງຄະນະຄາດໝາຍໄວ້. ພ້ອມທັງໄດ້ຍົກບາງດ້ານໃນການລົງທຶນເປັນຕົ້ນແມ່ນການລົງທຶນຢູ່ໃນເຂດເສດຖະກິດພິເສດ ບຶງທາດຫລວງ, ເຂດເສດຖະກິດກວມລວມໄຊເຊດຖາ ແລະ ອື່ນໆ ທີ່ຢູ່ພາຍໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງໃນຂອບເຂດທົ່ວປະເທດ.

