ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນສິງຫາ 2023
ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນສິງຫາ 2023 ໄດ້ເປີດຂຶ້ນໃນວັນທີ 24 ສິງຫາ ແລະ ປິດລົງໃນວັນທີ 25 ສິງຫາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນປະຈຳເດືອນສິງຫາ ແລະ ທິດທາງແຜນການປະຈຳເດືອນກັນຍາ 2023
ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ບັນດາວາລະ ດັ່ງນີ້:
ວາລະທີ 1: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາບົດສະຫຼຸບວຽກງານປະຈໍາເດືອນສິງຫາ ແລະ ທິດທາງແຜນການເດືອນກັນຍາ 2023 ຂອງລັດຖະບານກໍຄືສະພາບພົ້ນເດັ່ນວຽກງານເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ການລາຍງານຄວາມຄືບໜ້າການກະກຽມຈັດປີທ່ອງທ່ຽວລາວ 2024 ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ, ພ້ອມທັງຊີ້ນຳໃຫ້ບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນເປັນເຈົ້າການເອົາໃຈໃສ່ຄຸ້ມຄອງ, ແກ້ໄຂ ແລະ ຈັດຕັ້ງປະຕິບັດວຽກງານຕາມຂົງເຂດຄວາມຮັບຜິດຊອບຂອງຕົນຢ່າງເຂັ້ມງວດແລະເດັດຂາດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການໂດຍສະເພາະບັນຫາເຄັ່ງຮ້ອນທີ່ປະເທດເຮົາກຳລັງປະເຊີນ, ລວມທັງ 16 ວຽກຈຸດສຸມຂອງລັດຖະບານທີ່ໄດ້ກໍານົດໄວ້ແຕ່ນີ້ຮອດທ້າຍປີ 2023, ເປັນເຈົ້າການຈັດຕັ້ງຜັນຂະຫຍາຍບັນດາມະຕິຕົກລົງຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ່ຜ່ານມາ; ຈັດຕັ້ງເຜີຍແຜ່ແນະນຳເນື້ອໃນ ແລະ ແຜນວຽກສະເພາະກິດແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າແລະໜີ້ສິນຕ່າງປະເທດຢູ່ບັນດາທ້ອງຖິ່ນເພື່ອໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ທັງເປັນເຈົ້າການຕື່ນຕົວແລະເພີ່ມຄວາມເສຍສະຫຼະໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິຜົນ ແລະ ເປັນຮູບປະທໍາກວ່າເກົ່າ. ສຳລັບການກະກຽມຈັດປີທ່ອງທ່ຽວລາວ 2024 ແມ່ນໃຫ້ຂະແໜງການກ່ຽວຂ້ອງສືບຕໍ່ຕິດຕາມ, ກວດກາແລະຊຸກຍູ້ການກະກຽມຄວາມພ້ອມທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຕົນເປັນຕົ້ນ: ການປັບປຸງໂຄງລ່າງພື້ນຖານ, ສະຖານທີ່ແຫຼ່ງທ່ອງທ່ຽວ, ສະຖານທີ່ພັກເຊົາ, ກິດຈະກຳການທ່ອງທ່ຽວ, ຜະລິດຂອງທີ່ລະນຶກ, ມາດຕະການປ້ອງກັນຄວາມສະຫງົບປອດໄພລວມທັງການກະກຽມບຸກຄະລາກອນຮັບໃຊ້ດ້ານຕ່າງໆໃຫ້ມີຄວາມເປັນມືອາຊີບແລະຮັບປະກັນການບໍລິການເພື່ອສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາບົດລາຍງານສະພາບຜົນເສຍຫາຍຈາກໄພພິບັດທຳມະຊາດ (ຝົນຕົກ) ການແກ້ໄຂຜ່ານມາ ແລະ ສະເໜີມາດຕະການແກ້ໄຂສະເພາະໜ້າ ແລະ ແຜນຮັບມືກັບໄພພິບັດແຕ່ນີ້ຮອດທ້າຍປີ 2023 ໂດຍໄດ້ຊີ້ນຳຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງໃຫ້ສົມທົບກັບຂະແໜງການແລະພາກສ່ວນກ່ຽວຂ້ອງກວດກາຄືນຄວາມພ້ອມດ້ານຕ່າງໆໃຫ້ສາມາດຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າໂດຍສະເພາະແຜນການຮັບມື, ຊ່ວຍເຫຼືອ ແລະ ການຟື້ນຟູຜົນກະທົບໃນ 3 ໄລຍະ (ໄລຍະກ່ອນເກີດເຫດ, ໄລຍະເກີດເຫດແລະຫຼັງເກີດເຫດ) ຢ່າງທັນການ; ນຳໃຊ້ເງິນບໍລິຈາກແລະເຄື່ອງຊ່ວຍເຫຼືອຕ່າງໆເຂົ້າໃນການບັນເທົາທຸກແກ່ຜູ້ປະສົບໄພແລະຟື້ນຟູຜົນກະທົບຈາກໄພພິບັດດັ່ງກ່າວດ້ວຍຄວາມໂປ່ງໃສ, ໃຫ້ແທດເຖິງແລະຖືກເປົ້າໝາຍຢ່າງແທ້ຈິງ;ເອົາໃຈໃສ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການຮັບແລະການນຳໃຊ້ການຊ່ວຍເຫຼືອຕ່າງໆເພື່ອໃຫ້ສັງຄົມຮັບຊາບລວມທັງຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ຂອງການນໍາພັກ-ລັດຢູ່ສູນກາງແລະທ້ອງຖິ່ນຕ່າງໆທີ່ໄດ້ເຄື່ອນໄຫວຊີ້ນໍາວຽກງານແກ້ໄຂແລະຟື້ນຟູຜົນກະທົບຈາກໄພພິບັດທໍາມະຊາດຢູ່ພື້ນທີ່ຕົວຈິງ.
ວາລະທີ 3. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາບົດລາຍງານຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍຄຳສັ່ງວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນຢູ່ທ້ອງຖິ່ນເລກທີ 93/ນຍ, ລົງວັນທີ 14 ກໍລະກົດ 2023, ລວມທັງການສະເໜີບັນຊີໂຄງການຕົວຈິງທີ່ຈະປະຕິບັດຮັບນະໂຍບາຍຕາມໂຄງການບຸລິມະສິດຂອງຂະແໜງການ. ກອງປະຊຸມໄດ້ຊີ້ນຳທະນາຄານແຫ່ງສປປລາວ, ບັນດາຂະແໜງການແລະທ້ອງຖິ່ນສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກຢ່າງເຂັ້ມງວດໂດຍສະເພາະການຊໍາລະສະສາງຕ່າງໆໃຫ້ຜ່ານລະບົົບທະນາຄານເປັນຕົ້ນການນຳເຂົ້າ-ສົ່ງອອກສິນຄ້າ, ການຊື້-ຂາຍພາຫະນະ, ການໂອນກຳມະສິດທີ່ດິນ ແລະ ອື່ນໆ; ພ້ອມທັງສ້າງເງື່ອນໄຂໃຫ້ພາກທຸລະກິດທີ່ລັດສົ່ງເສີມສາມາດເຂົ້າເຖິງແຫຼ່ງທຶນໄດ້ຫຼາຍຂຶ້ນ, ທັງເຂັ້ມງວດການສະໜອງທຶນໃຫ້ຖືກເປົ້າໝາຍຕາມນະໂຍບາຍທີ່ກຳນົດໄວ້.
ວາລະທີ 4. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາບົດລາຍງານກ່ຽວກັບຜົນການປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການລົງທຶນບໍ່ແຮ່ທີ່ລັດຖະບານໄດ້ອະນຸມັດຜ່ານມາ ແລະ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ຄົ້ນຄວ້າກ່ຽວກັບການນຳໃຊ້ທ່າແຮງຊັບພະຍາກອນແຮ່ທາດແລະການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການແຮ່ທາດໃຫ້ຮັດກຸມກວ່າເກົ່າ; ກວດກາຄືນຄຸນນະພາບຂອງບັນດາບໍລິສັດທີ່ໄດ້ຮັບອະນຸຍາດສຳປະທານໄດ້ຈັດຕັ້ງປະຕິບັດໂຄງການມີຄວາມຄືບໜ້າແນວໃດ, ຖ້າເຮັດບໍ່ໄດ້ກໍ່ໃຫ້ຍົກເລີກໂຄງການ, ເດັດຂາດບໍ່ໃຫ້ມີການຈັບຈອງໂຄງການໄວ້ເພາະເປັນການກົດໜ່ວງທ່ວງດຶງການພັດທະນາ; ເຂັ້ມງວດຄຸ້ມຄອງແລະກວດກາການຢັ້ງຢືນຄຸນນະພາບແລະປະລິມານຂອງແຮ່, ເອົາໃຈໃສ່ການຄຸ້ມຄອງຕາຊັ່ງ, ການສົ່ງອອກແຮ່ທາດແລະຂອດອື່ນໆທີ່ຍັງເຫັນວ່າເປັນຊ່ອງຫວ່າງທີ່ເຮັດໃຫ້ລັດເສຍຜົນປະໂຫຍດ. ພ້ອມນີ້, ໃຫ້ສົມທົບກັບທ້ອງຖິ່ນແລະຜູ້ສຳປະທານໂຄງການເອົາໃຈໃສ່ຕິດຕາມຄຸ້ມຄອງດ້ານສິ່ງແວດລ້ອມໃຫ້ດີ.
ວາລະທີ 5: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາບົດລາຍງານຜົນການເຂົ້າຮ່ວມກອງປະຊຸມປະຈຳປີຂອງກຸ່ມອາຊີປາຊີຟິກເພື່ອຕ້ານການຟອກເງິນ (APG Annual Meeting) ກ່ຽວກັບການປະເມີນຜົນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ. ພ້ອມກັນນີ້ໄດ້ຊີ້ນຳຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃຫ້ສືບຕໍ່ຄົ້ນຄວ້າກຳນົດວິທີການ, ມາດຕະການໃນການແກ້ໄຂຂໍ້ຄົງຄ້າງຕ່າງທີ່ອົງການກ່ຽວຂ້ອງໄດ້ປະເມີນໄວ້; ສ້າງແຜນດຳເນີນງານທີ່ປະກອບດ້ວຍໜ້າວຽກ, ຄວາມຮັບຜິດຊອບຂອງຂະແໜງການຕ່າງໆ, ຄາດໝາຍດ້ານເວລາໃນການຈັດຕັ້ງປະຕິບັດຢ່າງລະອຽດ, ຈະແຈ້ງລວມທັງສ້າງແຜນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຂອງຂະແໜງການກ່ຽວຂ້ອງເພື່ອຮັບປະກັນໃຫ້ສຳເລັດຕາມກຳນົດເວລາ. ນອກນີ້, ໃຫ້ກວດກາແລະປັບປຸງນິຕິກຳທີ່ກ່ຽວຂ້ອງໃຫ້ສອດຄ່ອງກັບສົນທິສັນຍາ, ລະບຽບການທີ່ກ່ຽວຂ້ອງຂອງສາກົນແລະສະພາບຄວາມເປັນຈິງຂອງປະເທດເຮົາ. ນອກນັ້ນ, ກໍໃຫ້ເອົາໃຈໃສ່ໂຄສະນາເຜີຍແຜ່, ແນະນຳວຽກງານດັ່ງກ່າວໃຫ້ພາກສ່ວນທີ່ກ່ຽວຂ້ອງກໍ່ຄືສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ.
ວາລະທີ 6. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍວ່າດ້ວຍການປິ່ນປົວ (ສະບັບສ້າງໃໝ່) ແລະໄດ້ຊີ້ນຳໃຫ້ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານເພື່ອໃຫ້ມີເນື້ອໃນລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ, ເຂົ້າໃຈງ່າຍແລະສອດຄ່ອງກັບກົດໝາຍກ່ຽວຂ້ອງທີ່ໄດ້ປະກາດໃຊ້ແລ້ວ, ເປັນຕົ້ນ: ໂຄງປະກອບທາງດ້ານໂຄງສ້າງຂອງກົດໝາຍໃຫ້ປະກອບມີພາກເຂົ້າຕື່ມ, ອະທິບາຍເພີ່ມບາງຄໍາສັບເຕັກນິກວິຊາສະເພາະທາງການແພດ, ກຳນົດຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ ແລະ ຈັນຍາບັນຂອງຜູ້ປະກອບວິຊາຊີບໃຫ້ຈະແຈ້ງ. ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງແລະຮຽບຮຽງສຸດທ້າຍເພື່ອນໍາສະເໜີທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງແລະວັດທະນະທຳ-ສັງຄົມມີຄໍາເຫັນແລ້ວນໍາສະເໜີຕໍ່ສະພາແຫ່ງຊາດໃຫ້ທັນຕາມກຳນົດເວລາ.
ວາລະທີ 7. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ) ແລະ ຊີ້ນຳໃຫ້ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານເພື່ອໃຫ້ມີເນື້ອໃນລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ ແລະ ສອດຄ່ອງກັບນິຕິກຳທີ່ໄດ້ປະກາດໃຊ້ແລ້ວເປັນຕົ້ນ: ຄໍາສັບ, ໂຄງຮ່າງ, ສັບຊ້ອນມາດຕາໃຫ້ສອດຄ່ອງພາກ ແລະ ໝວດ, ກຳນົດເນື້ອໃນບາງມາດຕາໃຫ້ລະອຽດຈະແຈ້ງເຊັ່ນ: ປະເພດແລະລະດັບຂອງສະຖານທີ່ພັກແຮມ, ການກຳນົດຄວາມຮັບຜິດຊອບຂອງພາກສ່ວນຕ່າງໆລວມທັງການແບ່ງຂັ້ນການອະນຸຍາດ ແລະ ການຄຸ້ມຄອງທຸລະກິດທ່ອງທ່ຽວ ແລະ ອື່ນໆ. ພ້ອມນີ້, ການກຳນົດນະໂຍບາຍແມ່ນໃຫ້ມີລັກສະນະສົ່ງເສີມ ແລະ ພັດທະນາແຂງແຮງຂຶ້ນກວ່າເກົ່າ, ຊຸກຍູ້ການມີສ່ວນຮ່ວມຂອງທຸກພາກສ່ວນຂອງສັງຄົມໃນການໂຄສະນາເຜີຍແຜ່ການທ່ອງທ່ຽວລາວ. ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງແລະຮຽບຮຽງສຸດທ້າຍເພື່ອນໍາສະເໜີທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງແລະວັດທະນະທຳ-ສັງຄົມມີຄໍາເຫັນແລ້ວນໍາສະເໜີຕໍ່ສະພາແຫ່ງຊາດໃຫ້ທັນຕາມກຳນົດເວລາ.
ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນກອງປະຊຸມລັດຖະມົນຕີອາຊຽນດ້ານສິ່ງແວດລ້ອມຄັ້ງທີ 17, ກອງປະຊຸມລັດພາຄີວ່າດ້ວຍສັນຍາອາຊຽນດ້ານມັນລະພິດໝອກຄວັນຂ້າມຊາຍແດນຄັ້ງທີ 18 ກໍ່ຄືກອງປະຊຸມປິ່ນອ້ອມຕ່າງໆ. ນອກຈາກນີ້ ຍັງມີການລາຍງານຄວາມຄືບໜ້າການກະກຽມໃຫ້ແກ່ທ່ານນາຍົກລັດຖະມົນຕີເພື່ອເຂົ້າຮ່ວມກອງປະຊຸມທຸລະກິດລາວ ຄັ້ງທີ 15 .

