ລັດຖະບານຈະເລັ່ງກວດກາ ແລະ ປະເມີນຄືນໂຄງການບໍ່ແຮ່ ຖ້າບໍ່ມີຄວາມຄືບໜ້າ ຫລື ລະເມີດສັນຍາ ຈະຍົກເລີກຢ່າງເດັດຂາດ

ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນສິງຫາ 2023 ໄດ້ເປີດຂຶ້ນວັນທີ 24 ສິງຫາ ແລະ ປິດລົງໃນວັນທີ 25 ສິງຫາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນປະຈຳເດືອນສິງຫາ ແລະ ທິດທາງແຜນການປະຈຳເດືອນກັນຍາ 2023.

ສຳລັບແຜນວຽກຈຸດສຸມໃນເດືອນກັນຍາທີ່ຈະມາເຖິງນີ້, ລັດຖະບານຈະໄດ້ສຸມໃສ່ວຽກງານຕົວຈິງຈຳນວນໜຶ່ງດັ່ງນີ້:

1.ຂົງເຂດປ້ອງກັນຊາດ: ມອບໃຫ້ກະຊວງປ້ອງກັນປະເທດສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານດ້ວຍມາດຕະການຕ່າງໆຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ, ພ້ອມທັງສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ.

  1. ຂົງເຂດປ້ອງກັນຄວາມສະຫງົບ: ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ແລະ ນິຕິກຳກ່ຽວຂ້ອງຕ່າງໆໃຫ້ແຂງແຮງກວ່າເກົ່າໂດຍສະເພາະການແກ້ໄຂບັນຫາຢາເສບຕິດ, ຂີ້ລັກ, ງັດແງະ, ປຸ້ນຈີ້ ແລະ ອື່ນໆ.

3.ການແກ້ໄຂວຽກງານເຄັ່ງຮ້ອນທາງດ້ານເສດຖະກິດ:

(1)ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023 ໂດຍສະເພາະສືບຕໍ່ປະຕິບັດແຜນເຄື່ອນໄຫວວຽກຈຸດສຸມຂອງຄະນະສະເພາະກິດ ແລະ ບັນດາເນື້ອໃນນິຕິກຳ ແລະ ແຈ້ງການທິດຊີ້ນຳຂອງກອງປະຊຸມຄະນະສະເພາະກິດໃນແຕ່ລະຄັ້ງ.

(2) ສືບຕໍ່ຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດໂຄງການບໍ່ແຮ່ທີ່ໄດ້ຮັບອະນຸມັດແລ້ວໃຫ້ດຳເນີນຕາມສັນຍາເພື່ອໃຫ້ສາມາດສ້າງລາຍຮັບໃຫ້ລັດໃຫ້ໄວຂຶ້ນ, ຄຽງຄູ່ກັນນັ້ນກໍເລັ່ງກວດກາ ແລະ ປະເມີນຄືນຢ່າງເປັນລະບົບກໍລະນີໂຄງການໃດບໍ່ມີຄວາມຄືບໜ້າ ຫຼື ມີຄວາມຄືບໜ້າຊ້າ ຫຼື ລະເມີດສັນຍາ ແລະ ກົດໝາຍກ່ຽວຂ້ອງແມ່ນຈະໄດ້ກ້າວໄປສູ່ການຍົກເລີກຢ່າງເດັດຂາດ. ສຳລັບໂຄງການທົດລອງແມ່ນຈະໄດ້ສືບຕໍ່ໂຈະການອະນຸມັດໃໝ່, ສ່ວນໂຄງການຈະສືບຕໍ່ທີ່ເຫັນວ່າມີປະລິມານແຮ່ພຽງພໍກັບການລົງທຶນຕໍ່ໄປແມ່ນຫັນໄປສູ່ການປະຕິບັດຕາມກົດໝາຍ ແລະ ລະບຽບການ, ແຕ່ຕ້ອງຮັບປະກັນຜົນປະໂຫຍດຂອງລັດເປັນທີ່ຕັ້ງສຳຄັນ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

(3) ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານບັນລຸຕາມແຜນທີ່ສະພາແຫ່ງຊາດຮັບຮອງ, ໃນນັ້ນສຸມໃສ່ເລັັ່ງຂະຫຍາຍຖານຈັດເກັບລາຍຮັບຜ່ານລະບົບແລະເຄືີ່ອງມືທັນສະໄໝໃຫ້ຫຼາຍກວ່າເກົ່າ ແລະ ເລັັ່ງເຊືີ່ອມຖານຂໍ້ມູນກັບຂະແໜງການເສດຖະກິດເພືີ່ອຄຸ້ມຄອງແຫຼ່ງລາຍຮັບໃຫ້ສຳເລັດ; ການເພິ່ມທະວີການຄຸ້ມຄອງແລະຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟຸມເຟືອຍ, ການນໍາໃຊ້ລົດຂອງລັດ.

  1. ຂົງເຂດພະລັງງານ ແລະ ບໍ່ແຮ່: ສືບຕໍ່ຄົ້ນຄວ້າປັບປຸງນິຕິກຳ ແລະ ກົດໝາຍທີ່ກ່ຽວຂ້ອງກັບການເກັບລາຍຮັບຈາກໂຄງການບໍ່ແຮ່ໂດຍສະເພາະອັດຕາຄ່າຊັບພະຍາກອນແຮ່ທາດໃຫ້ສຳເລັດພາຍໃນເດືອນຕຸລາ 2023;ສົມທົບກັບອົງການປົກຄອງແຂວງ-ນະຄອນຫຼວງວຽງຈັນເພີ່ມທະວີມາດຕະການຄຸ້ມຄອງເພື່ອບໍ່ໃຫ້ເກີດມີຊ່ອງຫວ່າງການລັກລອບຂຸດຄົ້ນຄຳຕົກຂ້ອນຕາມສາຍນໍ້າຕ່າງໆຢ່າງເດັດຂາດ; ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການພະລັງງານຢູ່ບັນດາແຂວງພາກໃຕ້ທີ່ໄດ້ມີແຜນຂາຍໄຟໃຫ້ກຳປູເຈຍເພື່ອຮັບປະກັນໃຫ້ມີຄວາມຄືບໜ້າ ແລະ ສຳເລັດຕາມກຳນົດເວລາທີ່ໄດ້ເຊັນສັນຍາຊື້-ຂາຍ. ນອກຈາກນີ້, ເພີ່ມທະວີຕິດຕາມເຝົ້າລະວັງລະດັບນ້ຳໃນອ່າງເກັບນ້ຳຂອງບັນດາເຂື່ອນໄຟຟ້າຢ່າງໃກ້ຊິດ, ທັງມີການບໍລິຫານຈັດການນ້ຳໃຫ້ດີ, ໃຫ້ມີການແຈ້ງເຕືອນທຸກຄັ້ງກ່ອນຈະລະບາຍນໍ້າອອກຈາກເຂື່ອນເພື່ອໃຫ້ປະຊາຊົນໂດຍສະເພາະປະຊາຊົນທີ່ອາໃສຢູ່ເຂດຕິດກັບແຄມແມ່ນ້ຳສາມາດກະກຽມຮັບມືໄດ້ທັນການ.
  2. ຂົງເຂດທະນາຄານ: ເອົາໃຈໃສ່ເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 10/ນໜ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂັ້ມງວດແລະຮີບຮ້ອນອອກຄໍາແນະນໍາລະອຽດຕໍ່ບາງເນື້ອໃນທີ່ສັງຄົມໃຫ້ຄວາມສົນໃຈເຊັ່ນ: ການຄອບຄອງ, ການນຳໃຊ້, ການແລກປ່ຽນເງິນຕາ ແລະ ອື່ນໆ, ພ້ອມທັງສືບຕໍ່ເຜີຍແຜ່ແລະໃຫ້ມີການອະທິບາຍຜ່ານສື່ຕ່າງໆດ້ວຍຫຼາຍຮູບການ ແລະ ເປັນປົກກະຕິ, ພ້ອມນັ້ນກໍຈັດຕັ້ງປະຕິບັດຂໍ້ຕົກລົງ 93/ນຍວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນໂດຍສະເພາະການຄັດເລືອກເອົາໂຄງການບູລິມະສິດທີ່ມີຕະຫຼາດຮອງຮັບແລະມີໜໍ່ແໜງການຜະລິດທີ່ດີແລ້ວ.
  3. ຂົງເຂດອຸດສາຫະກຳ ແລະ ການຄ້າ: ສົມທົບກັບພາກສ່ວນກ່ຽວຂ້ອງສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະຄ່າບໍລິການ, ກໍານົດໂຄງປະກອບລາຄາສິນຄ້າ (ຂາຍຍົກ-ຂາຍຍ່ອຍ) ແລະລາຍການສິນຄ້າທີ່ຕ້ອງໄດ້ຕິດຕາມການເໜັງຕີງຂອງລາຄາໃຫ້ຮູ້ໄດ້ສາເຫດການຂຶ້ນ-ລົງເພື່ອມີມາດຕະການແກ້ໄຂໃຫ້ທັນກັບສະພາບການ; ສືບຕໍ່ໂຄງການຊຸກຍູ້ການຜະລິດເປັນສິນຄ້າທົດແທນການນໍາເຂົ້າແລະຊຸກຍູ້ການສົ່ງອອກ; ສືບຕໍ່ຊຸກຍູ້ແລະຕິດຕາມການຈັດຕັ້ງປະຕິບັດຄັງແຮເຂົ້າແຊກແຊງລາຄາແລະດັດສົມຕະຫຼາດຢູ່ນະຄອນຫຼວງວຽງຈັນ. ພ້ອມທັງຄົ້ນຄວ້ານະໂຍບາຍ, ລະບຽບການ, ເງື່ອນໄຂໃນການທົດລອງຈຳໜ່າຍສິນຄ້າໃນລາຄາແຊກແຊງ.

-ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດຜົນກອງປະຊຸມທຸລະກິດລາວປະຈຳປີ 2023 ໃຫ້ເປັນຮູບປະທໍາເປັນຕົ້ນການແກ້ໄຂຫົວຂໍ້ທີ່ຍັງຄົງຄ້າງແລະຍັງບໍ່ທັນໄດ້ແກ້ໄຂຕໍ່ກັບບັນດາຂໍ້ສະເໜີຂອງກອງປະຊຸມດັ່ງກ່າວເພື່ອກະກຽມເຮັດວຽກຮ່ວມຮ່ວມກັບສະພາການຄ້າແລະອຸດສາຫະກຳ.

  1. ຂົງເຂດໂຍທາທິການ ແລະ ຂົນສົ່ງ: ສຸມໃສ່ຄົ້ນຄວ້າຮ່າງນິຕິກຳຈຳນວນໜຶ່ງທີ່ມີຄວາມຈຳເປັນຮີບດ່ວນເຊັ່ນ: ຮ່າງຂໍ້ຕົກລົງວ່າດ້ວຍຄ່າທໍານຽມ-ຄ່າບໍລິການຂະແໜງລົດໄຟ, ຮ່າງດໍາລັດວ່າດ້ວຍການປັບໄໝຂອງຂະແໜງການລົດໄຟແລະພາລະບົດບາດທ່າບົກຂອງສປປລາວໃຫ້ສຳເລັດໄວ; ພ້ອມກັນນັ້ນກໍສືບຕໍ່ແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆກ່ຽວກັບໂຄງການທາງລົດໄຟເພື່ອແກ້ໄຂຫາງສຽງແລະປາກົດການຍໍ້ທໍ້ຕ່າງໆ; ສືບຕໍ່ປັບປຸງໂຄງລ່າງພື້ນຖານ (ເສັ້ນທາງ) ຈຸດທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດເພື່ອໃຫ້ເສັ້ນສາມາດນຳໃຊ້ໄດ້ເປັນປົກກະຕິ.
  2. ຂົງເຂດກະສິກຳແລະປ່າໄມ້ສົມທົບກັບພາກສ່ວນກ່ຽວຂ້ອງປະຕິບັດຈັດຕັ້ງຜັນຂະຫຍາຍແລະປະຕິບັດຄຳສັ່ງວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາແລະນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານແລະສະກັດກັ້ນການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ແລະໄຟໄໝ້ລາມປ່າ; ນອກນັ້ນສືບຕໍ່ຊຸກຍູ້ສົ່ງເສີມການຜະລິດກະສິກຳເພື່ອສົ່ງອອກທົດແທນການນຳເຂົ້າໃຫ້ໄດ້ຕາມແຜນທີ່ກຳນົດໄວ້; ສືບຕໍ່ແກ້ໄຂຜົນກະທົບຈາກນ້ຳຖ້ວມຕໍ່ການຜະລິດກະສິກໍາ, ປູກຝັງລ້ຽງສັດໂດຍສະເພາະເລັ່ງໃສ່ຟື້ນຟູເຂດເນື້ອທີ່ຜະລິດເຂົ້ານາໃຫ້ສາມາດທັນຜະລິດຕາມຮອບວຽນຢູ່ບັນດາແຂວງພາກໃຕ້, ສະໜອງຢາປິ່ນປົວສັດລ້ຽງ ແລະ ອື່ນໆ.
  3. ຂົງເຂດວຽກງານວັດທະນະທຳ-ສັງຄົມ:

(1) ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ: ສືບຕໍ່ສົມທົບກັບຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງໃຫ້ການຊ່ວຍເຫຼືອບັນເທົາທຸກປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ;ສືບຕໍ່ຕິດຕາມການຈັດຕັ້ງປະຕິບັດນະໂຍບາຍອຸດໜູນແຮງງານຂັ້ນຕ່ຳຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະບັບເລກທີ 1502/ຫສນຍ, ລົງວັນທີ 16 ສິງຫາ 2023.

(2) ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ: ກໍສືບຕໍ່ກະກຽມຄວາມພ້ອມການຈັດປີທ່ອງທ່ຽວລາວປີ 2024 ຮອບດ້ານ, ພ້ອມນັ້ນກໍ່ໃຫ້ສົມທົບພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການທ່ອງທ່ຽວໃນການປັບປຸງໂຄງລ່າງພື້ນຖານການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ລະບົບການຄຸ້ມຄອງການທ່ອງທ່ຽວ, ສືບຕໍ່ຄົ້ນຄວ້າການທ່ອງທ່ຽວຫຼາຍຮູບແບບແລະອື່ນໆໃຫ້ດີເພື່ອເຮັດໃຫ້ການພັດທະນາການທ່ອງທ່ຽວຢູ່ສປປລາວໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.

(3) ມອບໃຫ້ກະຊວງສຶກສາທິການແລະກິລາ: ສົມທົບກັບຂະແໜງການກ່ຽວຂ້ອງແລະອົງການປົກຄອງທ້ອງຖິ່ນສຶບຕໍ່ຈັດຕັ້ງປະຕິບັດແລະຜັນຂະຫຍາຍມະຕິຕົກລົງຂອງລັດຖະບານວ່າດ້ວຍການກຳນົດນະໂຍບາຍແລະມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ. ນອກນີ້ກໍສືບຕໍ່ກະກຽມການໄຂສົກຮຽນໃໝ່ສົກປີ 2023-2024 ໃນສາຍການສຶກສາແຕ່ລະຂັ້ນໃນຂອບເຂດທົ່ວປະເທດ. ພ້ອມທັງສືບຕໍ່ປັບປຸງບັນດາໂຮງຮຽນ, ລວມທັງກະກຽມອຸປະກອນການຮຽນ-ການສອນ ແລະ ອຸປະກອນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃຫ້ສາມາດທັນກັບມື້ໄຂສົກຮຽນໃໝ່.

(4) ມອບໃຫ້ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ: ສືບຕໍ່ລົງຕິດຕາມ, ກວດກາບັນຫາສິ່ງແວດລ້ອມຂອງບັນດາໂຄງການພັດທະນາແຮ່ທາດ, ໂຮງງານອຸດສາຫະກຳ ແລະ ອື່ນໆໃຫ້ມີການຄຸ້ມຄອງທີ່ດີ; ສືບຕໍ່ປະຕິບັດການຊື້-ຂາຍກຳມະສິດນຳໃຊ້ທີ່ດິນຜ່ານລະບົບທະນາຄານຕາມທິດຊີ້ນຳຂອງລັດຖະບານ.

  1. ຂົງເຂດວຽກງານການຕ່າງປະເທດ: ມອບໃຫ້ກະຊວງການຕ່າງປະເທດສືບຕໍ່ຕິດຕາມສະພາບພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນໃຫ້ທັນການໂດຍສະເພາະບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາເພື່ອລາຍງານຂໍທິດຊີ້ນຳໃຫ້ທັນການ; ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງຂອງພັກ, ຂອງລັດເຊັ່ນ: ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຢູ່ອິນໂດເນເຊຍ, ການກະກຽມເດີນທາງໄປຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ. ນອກຈາກນັ້ນ ກໍສືບຕໍ່ສຸມໃສ່ກະກຽມບັນດາໜ້າວຽກໃນການເປັນເຈົ້າພາບກອງປະຊຸມອາຊຽນປີ 2024 ໃຫ້ສໍາເລັດຕາມກຳນົດເວລາ.