IMF ປ່ອຍເງິນກູ້ໃຫ້ອາເຈນຕິນາອີກ 7.500 ລ້ານໂດລາສະຫະລັດ ເຖິງວ່າການປະຕິຮູບຍັງບໍ່ໄປຕາມເປົ້າ

ລັດຖະບານອາເຈນຕິນາ ໄດ້ຮັບເງິນກູ້ຈຳນວນໃໝ່ອີກ 7.500 ລ້ານໂດລາສະຫະລັດ ຈາກ IMF ເຖິງວ່າການດຳເນີນງານຫລາຍເລື່ອງຍັງບໍ່ເປັນໄປຕາມເປົ້າໝາຍ.

ວັນທີ 24 ສິງຫາ 2023, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງທຶນການເງິນສາກົນ (IMF) ອອກຖະແຫລງການກ່ຽວກັບການອະນຸມັດເງິນກູ້ 7.500 ລ້ານໂດລາສະຫະລັດ ໃຫ້ອາເຈນຕິນາ.

ທັງນີ້, ຈຳນວນເງິນດັ່ງກ່າວເປັນສ່ວນໜຶ່ງຂອງໂຄງການຊ່ວຍເຫລືອມູນຄ່າ 44.000 ລ້ານໂດລາສະຫະລັດ ຄວບຄຸມໄລຍະຍາວ 30 ເດືອນ ຕາມເງື່ອນໄຂການປັບປຸງໂຄງສ້າງໜີ້ ໃນປີ 2022 ແລະ ເປັນໄປຕາມການປະເມີນສະຖານະການທາງເສດຖະກິດຂອງອາເຈນຕິນາ ໃນເດືອນກໍລະກົດຜ່ານມາ.

ເຖິງວ່າຫລາຍເລື່ອງຍັງບໍ່ເປັນໄປຕາມເງື່ອນໄຂ, ແຕ່ IMF ເບິ່ງວ່າ: ສາມາດຍອມຮັບໄດ້ ເນື່ອງຈາກກ່ຽວຂ້ອງກັບປັດໄຈດ້ານສິ່ງແວດລ້ອມ ຈາກສະພາບການປ່ຽນແປງຂອງສະພາບອາກາດໂລກ ສົ່ງຜົນໃຫ້ບໍ່ສາມາດປູກຝັງ ແລະ ເກັບກ່ຽວຜົນຜະລິດໄດ້ຕາມເປົ້າໝາຍ. ຂະນະທີ່ການປະເມີນສະຖານະການຄັ້ງຕໍ່ໄປຈະເກີດຂຶ້ນໃນເດືອນພະຈິກປີນີ້.

ອາເຈນຕິນາກຽມຈັດການເລືອກຕັ້ງປະທານາທິບໍດີໃນວັນທີ 22 ຕຸລານີ້, ແຕ່ການແຂ່ງຂັນອາດຍືດເຍື້ອເຖິງຮອບຊີງດຳ ລະຫວ່າງຜູ້ສະໝັກສອງທ່ານເຊິ່ງມີຄະແນນຫລາຍທີ່ສຸດໃນຮອບທຳອິດ ຖ້າບໍ່ມີຜູ້ສະໝັກຄົນໃດໄດ້ຮັບຄະແນນສຽງສະໜັບສະໜູນເກີນ 45% ຫລື ເກີນ 40% ແລະ ຕ້ອງຫ່າງຜູ້ສະໝັກອັນດັບສອງຫລາຍກວ່າ 10% ໂດຍໜຶ່ງໃນຕົວເກັງຄືທ່ານ ຮາເວຍ ມິເລີ ຈາກຝ່າຍເສລີນິຍົມ ເຊິ່ງສະເໜີການປິດທະນາຄານກາງອາເຈນຕິນາ ຍົກເລີກເງິນເປໂຊອາເຈນຕິນາ ແລ້ວໃຊ້ເງິນໂດລາສະຫະລັດແທນ.