ແຂວງອຸດົມໄຊ ຈະໃຊ້ມາດຕະການຂັ້ນເດັດຂາດໃນການແກ້ໄຂບັນຫາລົດນຳເຂົ້າບໍ່ຖືກຕ້ອງ

ສະມາຊິກສະພາປະຊາຊົນແຂວງອຸດົມໄຊປະກອບຄຳຄິດຄຳເຫັນກ່ຽວກັບການນຳເຂົ້າລົດບໍ່ຖືກຕ້ອງ ແລະ ການເສຍພາສີລົດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ເຊິ່ງຈັດຂຶ້ນແຕ່ວັນທີ 3-4 ສິງຫາ 2023 ຜ່ານມາ.
ທ່ານ ທອງຄານ ວັດສະລາກອນ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມຶອງຮຸນ ມີຄຳເຫັນວ່າ: ການແກ້ໄຂບັນຫາລົດເຖື່ອນ ຫລື ລົດນຳເຂົ້າບໍ່ຖືກຕ້ອງຕາມຄຳສັ່ງ, ຄຳແນະນຳ, ແຈ້ງການຫ້າມການນຳເຂົ້າ ຫລື ແຈ້ງການກຳນົດເວລາໄປແຈ້ງເສຍພາສີ-ອາກອນຕ່າງໆ ເຊິ່ງໃນຕົວຈິງຍັງບໍ່ເຫັນເປັນຮູບປະທຳເທົ່າທີ່ຄວນຍັງບໍ່ສາມາດເຮັດໄດ້ແທ້ ສະນັ້ນພວກເຮົາຕ້ອງຈັດຕັ້ງປະຕິບັດໃຫ້ເຂັ້ມງວດກວ່າເກົ່າ ພາຍຫລັງອອກແຈ້ງການແລ້ວຕ້ອງມີການກວດກາຕິດຕາມຂຶ້ນບັນຊີ ອັນໃດທີ່ບໍ່ຖືກຕ້ອງໃຫ້ປະຕິບັດທາງດ້ານກົດໝາຍ.
ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ຊີ້ແຈງວ່າ: ການແກ້ໄຂບັນຫາລົດເຖື່ອນຜ່ານມາພວກເຮົາໄດ້ສຸມໃສ່ຢ່າງຈິງຈັງ ແຕ່ປັດຈຸບັນມັນໄດ້ແພ່ຫລາຍ ແລະ ເກີດຂຶ້ນຫລາຍໃນສະເພາະໄລຍະເປີດດ່ານຊາຍແດນຫລັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ລົດເຖື່ອນຫລັ່ງໄຫລເຂົ້າມາຢ່າງຫລວງຫລາຍ ເຖິງແນວນັ້ນກໍຕາມຂໍໃຫ້ເຊື່ອໝັ້ນວ່າ ແຕ່ນີ້ຮອດທ້າຍປີ ອົງການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງຈະປະຕິບັດໃຫ້ສຳເລັດໂດຍຂາດຕົວ ຈະໃຊ້ມາດຕະການຂັ້ນເດັດຂາດແກ້ໄຂຢ່າງເຂັ້ມງວດທາງດ້ານກົດໝາຍ ເອົາທັງຄົນ, ທັງລົດ ມາໃຊ້ມາດຕະການ ທາງກົດໝາຍ, ເພາະຜ່ານມາມີແຕ່ສຶກສາອົບຮົມ ແລ້ວໃຫ້ໄປເສຍພາສີເທົ່ານັ້ນ.
