2 ປີເຄິ່ງ ອົງການໄອຍະການປະຊາຊົນ ແຂວງສະຫວັນນະເຂດ ໄດ້ຮັບຄະດີທັງໝົດ 2.971 ເລື່ອງ ແກ້ໄຂໄດ້ແລ້ວ 2.679 ເລື່ອງ

ທ່ານ ຄໍາແດງ ຂັນຕະມາລາ ຫົວໜ້າອົງການໄອຍະການປະຊາຊົນແຂວງສະຫວັນນະເຂດ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ 2 ວັນທີ 24 ສິງຫາ 2023 ວ່າ: ໃນໄລຍະຜ່ານ ອົງການໄອຍະການປະຊາຊົນແຂວງ ໄດ້ຕິດຕາມກວດກາການປະຕິບັດກົດໝາຍ ແລະ ການສັ່ງຟ້ອງ, ໄດ້ຮັບຄໍາສະເໜີ ແລະ ຄໍາຮ້ອງ ຈາກອົງການຈັດຕັ້ງລັດ, ສັງຄົມ ແລະ ປະຊາຊົນຈໍານວນ 175 ສະບັບ, ແກ້ໄຂໄດ້ 170 ສະບັບ, ເຫັນວ່າການແກ້ໄຂຄໍາຮ້ອງ ແມ່ນມີຄວາມຖືກຕ້ອງເປັນທໍາ ແລະ ທັນຕາມເຫດການ, ເຂັ້ມງວດຕິດຕາມກວດກາຄົ້ນຄວ້າການສ້າງກົນໄກປະສານຮ່ວມງານກັບເຈົ້າໜ້າທີ່ອົງການສືບສວນ-ສອບສວນກ່ຽວກັບການອອກຄໍາສັ່ງໃຊ້ມາດຕະການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນທຸກຂັ້ນຕອນໃນການດໍາເນີນຄະດີຂອງເຈົ້າໜ້າທີ່ຄື: ອອກຄໍາສັ່ງກັກຂັງພາງ 2.016 ສະບັບ, ຄໍາສັ່ງຕໍ່ກັກຂັງພາງ 2.195 ສະບັບ, ຄໍາສັ່ງຕໍ່ເປີດການສືບສວນສອບສວນ 1.814 ສະບັບ, ຄໍາສັ່ງຈັບຕົວ 53 ສະບັບ, ຄໍາສັ່ງກວດຄົ້ນເຄຫະສະຖານ 183 ສະບັບ, ເປີດກອງປະຊຸມຮ່ວມກັບເຈົ້າໜ້າທີ່ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຄະດີທີ່ມີຄວາມຫຍຸ້ງຍາກສັບສົນ 30 ຄັ້ງ, ມີຄະດີນໍາມາຄົ້ນຄວ້າ 45 ເລື່ອງ.

ນອກນີ້, ຍັງເຂົ້າຮ່ວມຕິດຕາມການຊັນນະສູດຊາກສົບ ແລະ ສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ 84 ຄັ້ງ, ໄດ້ຮັບສໍານວນຄະດີອາຍາທົ່ວແຂວງ ທັງໝົດ 2.734 ເລື່ອງ ແກ້ໄຂໄດ້ 2.454 ເລື່ອງ, ຖະແຫລງສັ່ງຟ້ອງໃຫ້ສານຕັດສິນ 1.483 ເລື່ອງ, ມີຄໍາແນະນໍາສົ່ງເຈົ້າໜ້າທີ່ 914 ເລື່ອງ, ຊັດມ້ຽນ 25 ເລື່ອງ, ໂຈະການດໍາເນີນຄະດີ 5 ເລື່ອງ, ຮັບສໍານວນຄະດີແພ່ງທັງໝົດ 237 ເລື່ອງ, ແກ້ໄຂໄດ້ 225 ເລື່ອງ.