ພາສີ ແຂວງສະຫວັນນະເຂດ ແຈ້ງເປີດປະມູນຖ່ານດໍາດັງໄຟ 350.000 ໂຕນ ເພື່ອນໍາເງິນມອບເຂົ້າງົບປະມານລັດ

ວັນທີ 22 ສິງຫາ 2023, ພາສີປະຈໍາແຂວງສະຫວັນນະເຂດ ໄດ້ອອກແຈ້ງການປະມູນສິນຄ້າ ສະບັບເລກທີ ສະບັບເລກທີ 0652/ພສຂ.ສຂ ເຖິງບຸກຄົນ, ນິຕິບຸກຄົນ ພາຍໃນແຂວງ ແລະ ຕ່າງແຂວງ ຊາບວ່າ: ພາສີປະຈໍາແຂວງຈະນໍາເອົາສິນຄ້າທີ່ໄດ້ອະນຸມັດຕົກເປັນຂອງລັດ ອອກປະມູນຂາຍ ເພື່ອນໍາເງິນມອບເຂົ້າງົບປະມານຕາມລະບຽບກົດໝາຍ, ເຊິ່ງສິນຄ້າທີ່ນໍາມາປະມູນຄັ້ງນີ້ມີປະເພດ ຖ່ານດໍາດັງໄຟ ຈໍານວນ 350.000 ໂຕນ (14.000 ກະສອບ).
ສໍາລັບເງື່ອນໄຂຜູ້ເຂົ້າຮ່ວມປະມູນຕ້ອງເປັນບຸກຄົນ, ນິຕິບຸກຄົນ ທີ່ມີອະນຸຍາດດໍາເນີນທຸລະກິດກ່ຽວກັບຖ່ານດັງໄຟ ແລະ ມີອະນຸຍາດຖືກຕ້ອງ, ຄົບຖ້ວນ ຕາມລະບຽບກົດຫມາຍຂອງ ສປປ ລາວ ທີ່ມີຜົນບັງຄັບໃຊ້ໃນປັດຈຸບັນ, ຜູ້ທີ່ມີຄວາມສົນໃຈສາມາດເຂົ້າໄປພົວພັນນໍາຂະແຫນງກວດກາ ແລະ ກວດສອບຄືນການແຈ້ງພາສີ, ຕາມວັນລັດຖະການ, ເລີ່ມແຕ່ ວັນທີ 23-25 ສິງຫາ 2023, ຖ້າກາຍກໍານົດດັ່ງກ່າວຈະບໍ່ຮັບພິຈາລະນາ, ກໍານົດມື້ ເປີດຊອງ ວັນທີ 28 ສິງຫາ 2023, ເວລາ 9:30 ໂມງ.

