ກອງທຶນປະກັນສຸຂະພາບແຫ່ງຊາດ ມີລາຍຮັບ 330 ຕື້ກີບຕໍ່ປີ ແຕ່ອີງໃສ່ສະພາບໄພເງິນເຟີ້ ມູນຄ່າປິ່ນປົວສູງຂຶ້ນ ເຮັດໃຫ້ມີໜີ້ສະສົມໃນແຕ່ລະປີ

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ລາຍງານຕໍ່ກອງປະຊຸມປະເມີນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການປະກັນສຸຂະພາບ ວັນທີ 22 ສິງຫາ 2023 ທີ່ແຂວງຈຳປາສັກ ວ່າ: ປັດຈຸບັນ ກອງທຶນປະກັນສຸຂະພາບແຫ່ງຊາດ ສາມາດຂະຫຍາຍອັດຕາການປົກຄຸມໄດ້ເຖິງ 94 ສ່ວນຮ້ອຍ ຂອງປະຊາກອນ ໃນຂອບເຂດທົ່ວປະເທດ, ການຈັດຕັ້ງປະຕິບັດກອງທຶນປະກັນສຸຂະພາບ ແຫ່ງຊາດ ໄດ້ມີແຫລ່ງລາຍຮັບ ຈາກງົບປະມານລັດຖະບານ 180 ຕື້ກວ່າກີບຕໍ່ປີ ແລະ ພາກປະກັນສັງຄົມ ຈຳນວນ 130 ຕື້ກວ່າກີບຕໍ່ປີ, ສ່ວນການເກັບເງິນສົມທົບຂອງປະຊາຊົນ ເວລາມາໃຊ້ບໍລິການ ຍັງຕໍ່າ ມີພຽງແຕ່ 6,4 ສ່ວນຮ້ອຍ (ຂໍ້ມູນ 2022) ຂອງມູນຄ່າທົດແທນ, ແຕ່ໃນຂະນະດຽວກັນ, ຈາກສະພາບໄພເງິນເຟີ້, ມູນຄ່າປິ່ນປົວ ໂດຍສະເພາະຄ່າຢາ ແລະ ອຸປະກອນການແພດ ສູງຂຶ້ນ ເຮັດໃຫ້ມີໜີ້ສະສົມ ໃນແຕ່ລະປີ

ການຈັດຕັ້ງປະຕິບັດ ກອງທຶນປະກັນສຸຂະພາບແຫ່ງຊາດ ແມ່ນການປະຕິບັດຕາມແຜນຍຸດທະສາດ ກໍຄື ເປົ້າໝາຍ ຂອງລັດຖະບານ ໃນການບັນລຸ ເປົ້າໝາຍສຸຂະພາບ ທົ່ວປວງຊົນ ຮອດປີ 2025 (UHC) ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 (SDG). ການປົກຄຸມການປະກັນສຸຂະພາບ ທົ່ວປວງຊົນແມ່ນ ເພື່ອຮັບປະກັນໃຫ້ທຸກຄົນ ເຂົ້າເຖິງການບໍລິການສາທາລະນະສຸກ ທີ່ຈຳເປັນ ຫລຸດຜ່ອນພາລະ ດ້ານການເງິນຍ້ອນການປິ່ນປົວ,ໂດຍສະເພາະແມ່ນປະຊາຊົນຜູ້ທຸກຍາກ.

ການນໍາໃຊ້ກົດໝາຍວ່າດ້ວຍການປະກັນສຸຂະພາບ ນັບແຕ່ທ້າຍປີ 2018 ເປັນຕົ້ນມາ,ຜ່ານການຈັດຕັ້ງປະຕິບັດເຫັນໄດ້ວ່າ: ຍັງມີບາງມາດຕາທີ່ຍັງບໍ່ສອດຄ່ອງກັບຄວາມເປັນຈິງກັບສະພາບເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນແຕ່ລະໄລຍະ, ບາງມາດຕາ ຕ້ອງໄດ້ປັບປຸງເນື້ອໃນໃຫ້ມີ ລັກສະນະສະເພາະເຈາະຈົງຂຶ້ນຕື່ມ ເພື່ອບໍ່ໃຫ້ມີຊ່ອງວ່າງ ເວລານຳໄປຈັດຕັ້ງປະຕິບັດຕົວຈິງ.

ໂດຍອີງຕາມແຜນການສ້າງ ແລະ ປັບປຸງກົດໝາຍ ຂອງ ກະຊວງສາທາລະນະສຸກ ປີ 2021- 2025 ແມ່ນລະບຸໃຫ້ມີວາລະເຂົ້ານໍາສະເໜີ ການປັບປຸງກົດໝາຍ ວ່າດ້ວຍການປະກັນສຸຂະພາບ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນກາງປີ 2024. ໄລຍະນີ້ ຫ້ອງການປະກັນສຸຂະພາບແຫ່ງຊາດ ແມ່ນໄດ້ກະກຽມປັບປຸງເນື້ອໃນຂອງບາງມາດຕາໃນກົດໝາຍສະບັບດັ່ງກ່າວ ທີ່ເຫັນສົມຄວນຕ້ອງໄດ້ດັດແກ້, ທັງນີ້ກໍເພື່ອຮັບປະກັນໃຫ້ ເນື້ອໃນກົດໝາຍ ວ່າດ້ວຍ ການປະກັນສຸຂະພາບ ມີຄວາມສອດຄ່ອງກັບສະພາບເສດຖະກິດ-ສັງຄົມ ໃນປັດຈຸບັນ ແລະ ມີຄວາມຄ່ອງຕົວໃນການຈັດຕັ້ງປະຕິບັດ.