ຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ພະນັກງານຜູ້ເຮັດວຽກງານກວດກາອ້ອມຂ້າງກະຊວງສາທາລະນະສຸກ ຄັ້ງທີ XI

ທ່ານ ໄພວັນ ແກ້ວປະເສີດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ , ປະທານກວດກາພັກກະຊວງ ກ່າວໃນພິທີ ເປີດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ພະນັກງານຜູ້ເຮັດວຽກງານກວດກາອ້ອມຂ້າງກະຊວງສາທາລະນະສຸກ ຄັ້ງທີ XI ເຊິ່ງທ່ານ ເນັ້ນໃຫ້ຮູ້ວ່າ: ວຽກງານກວດກາ ແມ່ນວຽກງານທີ່ສຳຄັນ, ແມ່ນໜຶ່ງໃນພາລະບົດບາດຕົ້ນຕໍແຫ່ງການນຳພາຂອງພັກ,ບໍ່ມີການກວດກາ ກໍ່ບໍມີການນຳພາ, ແມ່ນວຽກທີ່ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເປັນວຽກທີ່ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ສຳລັບການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ; ທຸກການຈັດຕັ້ງ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນທຸກຄົນ ລ້ວນຢູ່ພາຍໃຕ້ການຕິດຕາມ-ກວດກາຂອງພັກ; ຄະນະພັກແຕ່ລະຂັ້ນ ເປັນຜູ້ຮັບຜິດຊອບຊີ້ນໍາໂດຍກົງ. ຍ້ອນເຫັນໄດ້ຄວາມສໍາຄັນ, ຄຸນປະໂຫຍດຂອງວຽກງານກວດກາ ແລະ ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ພະນັກງານທີ່ເຮັດວຽກງານກວດກາ ພັກ-ລັດ ໃນການເຄື່ອນໄຫວກວດກາ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ໃຫ້ມີປະສິດທິຜົນສູງກວ່າເກົ່າ.ພ້ອມນີ້ ຍັງຮຽກຮ້ອງມາຍັງນັກສຳມະນາກອນທຸກທ່ານໃຫ້ຍົກສູງຄວາມຮັບຜິດຊອບ ແລະ ສຸມທຸກສະຕິປັນຍາ ເຂົ້າໃນການຄົ້ນຄວ້າຮ່ຳຮຽນ ທັງພາກທິດສະດີ ແລະ ປະສົບການຕົວຈິງນໍາຄູອາຈານທີ່ມາຈາກຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ນັກສໍາມະນາກອນດ້ວຍກັນເພື່ອໃຫ້ສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ຊຸດຝຶກອົບຮົມຄັ້ງນີ້້, ແມ່ນຈະໄດ້ດໍາເນີນເປັນເວລາ 10 ວັນ ເລີ່ມແຕ່ວັນທີ 14-25 ສິງຫາ 2023.