ຫົວໜ້າກົມງົບປະມານແຫ່ງລັດ ເນັ້ນໃຫ້ດ່ານພາສີສາກົນບໍ່ເຕັນ ຍົກສູງຄວາມຮັບຜິດຊອບຄຸ້ມຄອງການເກັບລາຍຮັບ-ລາຍຈ່າຍ ໃຫ້ໄດ້ຕາມແຜນການ

ວັນທີ 10 ສິງຫາ 2023, ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ, ພ້ອມຄະນະ, ໄດ້ລົງເຄື່ອນໄຫວຕິດຕາມ-ຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2023 ແລະ ການ ເຄື່ອນໄຫວວຽກງານຂອງດ່ານພາສີສາກົນບໍ່ເຕັນ ຢູ່ແຂວງຫລວງນໍ້າທາ, ໂອກາດນີ້, ທ່ານໄດ້ຊຸກຍູ້ໃຫ້ດ່ານພາສີສາກົນບໍ່ເຕັນ ລົງເລິກວຽກງານສຶກສາ-ເກັບກໍາຂໍ້ມູນທີ່ເປັນທ່າແຮງໃນການສ້າງແຜນງົບປະ ມານແຫ່ງລັດໃນປີ 2024 ເລີ່ມແຕ່ຫົວທີ, ຕິດຕາມ-ຊຸກຍູ້ມາດຕະການຈຸດສຸມ ທີ່ພົ້ນເດັ່ນ ໃນການປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ມາດຕະການ 6 ເດືອນທ້າຍປີ 2023, ການຈັດຕັ້ງປະຕິ ບັດການຄຸ້ມຄອງດ່ານ ຕິດພັນກັບການນໍາເຂົ້າ-ສົ່ງອອກ ຂອງບໍລິສັດ ແລະ ຜູ້ປະກອບການຜ່ານດ່ານ, ສິນຄ້າເຂົ້າ-ອອກ, ການເກັບເປັນເງິນຕາຕ່າງປະເທດ, ການເກັບຄ່າທໍານຽມ-ຄ່າບໍລິການ, ປະເພດລາຍຈ່າຍຕ່າງໆທີ່ເກີດຂຶ້ນຢູ່ໃນດ່ານສາກົນ ແລະ ຂໍ້ມູນກ່ຽວກັບການສ້າງແຜນງົບປະມານຂອງດ່ານ.
ພ້ອມນີ້ ທ່ານ,ຍັງເນັ້ນໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານພາຍໃນຄວາມຮັບຜິດຊອບຂອງຕົນ, ຕິດຕາມ-ກວດກາການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນຢ່າງເປັນປະຈໍາ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຍຮັບ, ຈັດລຽງບູລິມະສິດ, ຊຸກຍູ້-ຕິດຕາມການເກັບລາຍຮັບປີ 2023 ໃຫ້ໄດ້ຕາມແຜນ ຫລື ລື່ນແຜນການ, ຮີບຮ້ອນສ້າງແຜນລາຍຮັບປະຈໍາປີ 2024 ໃຫ້ສອດຄ່ອງແນໃສ່ສ້າງແຜນລາຍຮັບໃຫ້ແທດເໝາະກັບແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ໂດຍສະເພາະແມ່ນການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ໄດ້ຕາມແຜນການທີ່ໄດ້ວາງໄວ້ພ້ອມກັນສ້າງທ່າຫັນປ່ຽນໃໝ່ໃຫ້ມີຜົນສໍາເລັດ.
ໄລຍະ 6 ເດືອນຕົ້ນປີ 2023ນີ້ ດ່ານພາສີສາກົນບໍ່ເຕັນ ສາມາດປະຕິບັດລາຍຮັບໄດ້ 612,97 ຕື້ກີບ, ປະຕິບັດໄດ້ 55% ຂອງແຜນການປີ, ຄາດຄະເນໝົດປີ 2023 ໃຫ້ໄດ້ 1.124,43 ຕື້ກີບ, ໃຫ້ລື່ນແຜນການປີ. ໃນນີ້ ລວມມີລາຍຮັບພູດສູນກາງ 528,58 ຕື້ກີບ ແລະ ລາຍຮັບງົບປະມານທ້ອງຖິ່ນ 84,39 ຕື້ກີບ.

