ຮອງປະທານປະເທດ ເດີນທາງເຂົ້າຮ່ວມງານວາງສະແດງ ຈີນ-ອາຊີໃຕ້ ຄັ້ງທີ 7

ວັນທີ 14 ສິງຫາ 2023, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມຄະນະ ໄດ້ເດີນທາງໄປເຂົ້າຮ່ວມງານວາງສະແດງ ຈີນ-ອາຊີໃຕ້ ຄັ້ງທີ 7 ແລະ ງານວາງສະແດງການນໍາເຂົ້າ-ສົ່ງອອກ ສິນຄ້າຈີນ ຄັ້ງທີ 27 ທີ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ທີ່ດຳເນີໄປແຕ່ວັນທີ 14-17 ສິງຫາ 2023.
ງານວາງສະແດງດັ່ງກ່າວ,ເປັນເວທີໃນການເຄື່ອນໄຫວຮ່ວມມືວຽກງານການທູດຫລາຍຝ່າຍ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການແລກປ່ຽນໄປມາຫາສູ່ກັນ ລະຫວ່າງປະຊາຊົນຂອງ ສປ ຈີນ, ອາຊີໃຕ້, ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນອື່ນໆ, . ນອກນີ້ຍັງຈະມີກິດຈະກຳສຳຄັນຕ່າງໆປິ່ນອ້ອມຫລາຍກວ່າ 10 ກິດຈະກໍາ, ເປັນຕົ້ນ ເວທີປຶກສາຫາລືການຮ່ວມມື ຈີນ-ອາຊີໃຕ້ ຄັ້ງທີ 4, ເວທີປຶກສາຫາລືເຈົ້າແຂວງຕາມແລວເສດຖະກິດປະເທດອະນຸພາກພື້ນແມ່ນໍ້າຂອງ ປີ 2023, ເວທີປຶກສາຫາລືພາກທຸລະກິດ ຈີນ-ອາຊີໃຕ້ ຄັ້ງທີ 16, ເວທີປຶກສາຫາລືດ້ານການຖ່າຍໂອນເຕັກໂນໂລຊີ ແລະ ການຮ່ວມມືດ້ານນະວັດຕະກຳ ຈີນ-ອາຊີໃຕ້ ຄັ້ງທີ 4, ສັບປະດາສິລະປະຈີນ-ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ແລະ ອື່ນໆ.
ການເຂົ້າຮ່ວມງານວາງສະແດງໃນຄັ້ງນີ້, ສປ ຈີນ ໄດ້ໃຫ້ຄວາມສຳຄັນແກ່ ສປປ ລາວ ໃນຖານະປະເທດເພື່ອນມິດ ແລະ ຖືເປັນໂອກາດອັນດີ ໃຫ້ແກ່ການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ແຂວງຢຸນນ່ານ ກໍຄື ສປ ຈີນ ໃນຂົງເຂດເສດຖະກິດ-ການຄ້າ, ການລົງທຶນ ແລະ ອື່ນໆ ໃຫ້ເລິກເຊິ່ງຍິ່ງໆຂຶ້ນ.
ແຂວງຢຸນນານ ສປປ ຈີນ ເຄີຍມີມູນເຊື້ອການພົວພັນຮ່ວມມືທີ່ດີກັບ ສປປ ລາວ ແລະ ໄດ້ຊ່ວຍຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດຂອງແຂວງມາລົງທຶນ ຢູ່ ສປປ ລາວ ຫລາຍດ້ານ ເປັນຕົ້ນການລົງທຶນກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ວັງວຽງ, ເຂດເສດຖະກິດກວມລວມໄຊເສດຖາ, ການລົງທຶນດ້ານກະສິກຳຂອງແຂວງຢຸນນານ ຢູ່ ສປປ ລາວ ລວມທັງເຂດເສດຖະກິດບໍ່ເຕັນ-ບໍ່ຫານ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ຊ່ວຍເຫລືອສ້າງບຸກຄະລາກອນໃຫ້ແກ່ ສປປ ລາວ ສະໜອງທຶນການສຶກສາໃຫ້ນັກສຶກສາລາວ ໄປສຶກສາຢູ່ແຂວງຢຸນນານ ເຊິ່ງເປັນການປະກອບສ່ວນ ສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ຂ່າວ: ຂປລ

